ກຸ່ມສິນໄຊ ແລະ ກຸ່ມທົ່ງຕູມ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ ເພື່ອໃຫ້ປ່ຽນແປງພຶດຕິກໍາ

ເພື່ອສຸມໃສ່ປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ວັນທີ 4 ມີນາ 2022, ປກສ ກຸ່ມສິນໄຊ ເມືອງປາກງື່ມ ສົມທົບກັບອໍານາດການປົກຄອງບ້ານ ສຶກສາອົບຮົມເປົ້າໝາຍພົວພັນເສບຢາເສບຕິດ ຈໍານວນ 19 ຄົນ ແລະ ວັນທີ 5 ມີນາ 2022 ປກສ ກຸ່ມທົ່ງຕູມ ເມືອງຈັນທະບູລີ ກໍ່ໄດ້ສຶກສາອົບຮົມເປົ້າໝາຍພົວພັນເສບຢາເສບຕິດ ຈໍານວນ 8 ຄົນ, ຍິງ 1 ຄົນ.

ເປົ້າໝາຍທີ່ນໍາມາສຶກສາອົບຮົມຄັ້ງນີ້ ແມ່ນເປັນຜູ້ທີ່ພົວພັນເສບຢາເສບຕິດທີ່ມີຄວາມສ່ຽງ ການສຶກສາອົບຮົມ ເຈົ້າໜ້າທີ່ໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດ ເພື່ອໃຫ້ເຂົາເຈົ້າມີການປ່ຽນແປງພຶດຕິກໍາ ກາຍເປັນພົນລະເມືອງດີຂອງສັງຄົມ, ຫຼັງຈາກສຶກສາອົບຮົມແລ້ວໄດ້ສ້າງປະຫວັດການຄຸ້ມຄອງ ແລະ ສືບຕໍ່ມອບໃຫ້ຜູ້ປົກຄອງຕິດຕາມຕື່ມອີກ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງໄດ້ຕັ້ງໜ້າປະກອບສ່ວນຊ່ວຍເຈົ້າໜ້າທີ່ໃນການແກ້ໄຂປະກົດການຫຍໍ້າທໍ້ ຖ້າພົບເຫັນເຫດການພຶດຕິກໍາທີ່ຜິດຕໍ່ກົດໝາຍ ໃຫ້ແຈ້ງເຂົ້າທາງວັອດແອັບ ເບີໂທ 020 28899774 ແລະ ຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *