ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຍັງສືບຕໍ່ປະຕິບັດຕາມວາລະແຫ່ງ ຊາດ ເປັນຕົ້ນການແກ້ໄຂບັນຫາຢາເສບ ຕິດຢູ່ໃນເມືອງ ຂອງຕົນໃຫ້ຫຼຸດລົງ.
ດັ່ງ ນັ້ນ, ຈຶ່ງໄດ້ຊີ້ນຳໜ່ວຍງານວິຊາສະເພາະ ເປັນຕົ້ນພະແນກຕຳຫຼວດ ໄດ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສາມາດຈັບເປົ້າ ໝາຍຄ້າຂາຍຢາເສບຕິດປະເພດຢາບ້າ.

ພັທ ທັດສະພົງ ຫວັນມະນີຈັນ ຮອງກອງບັນຊາການ ປກສ ເມືອງ ຫາດຊາຍຟອງ ໃຫ້ຮູ້ວ່າ: ໃນວັນທີ 2 ມິນາ 2022 ເວລາ 11:10 ໂມງ ເຈົ້າໜ້າທີ່ໜ່ວຍງານວິຊາສະ
ເພາະ ພະແນກຕຳຫຼວດ ປກສ ເມືອງລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ເສັ້ນທາງບ້ານ ນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດ ກັກຕົວຜູ້ຖືກຫາ ຊື່ທ້າວ ລັດສະໝີ (ລັດ) ອາຍຸ 16 ປີ ວ່າງງານ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນພ້ອມຂອງກາງຢາບ້າຈຳນວນ 20.008 ເມັດ, ຢາໄອສ໌ 1 ຖົງນ້ອຍ,ປືນສັ້ນຈຳນວນ 1 ບອກ ພ້ອມລູກປືນ 3 ລູກ ແລະ ລົດກະບະວີໂກ້ຈຳນວນ 1 ຄັນ ປ້າຍທະບຽນ ກຕ 5571

ຮອດເວລາ 12:10 ໂມງຂອງວັນດຽວກັນ, ຈຶ່ງສາມາດກັກຕົວກຸ່ມຂະບວນການໄດ້ອີກຢູ່ປໍ້ານໍ້າມັນປຕທ ຕັ້ງຢູ່ບ້ານ ປາກທ້າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງ ຈັນ ສາມາດກັກຕົວຄື:
ທ້າວ ວໍລະກອນ ຈັນທະລາສີ (ແຊັມ) ອາຍຸ 22 ປີ ວ່າງງານ ຢູ່ບ້ານ ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຮອດເວລາ 14:00 ໂມງຂອງວັນດຽວກັນ ຈຶ່ງສາມາດກັກຕົວກຸ່ມຂະບວນການໄດ້ອີກຢູ່ຂ້າງວັດອົງຕື້ສາມາດກັກຕົວໄດ້ 1 ຄົນຄື: ທ້າວ ວິລະກອນ ທຳມະວົງສິດ (ໃຫ່ຍ) ອາຍຸ 21 ປີ ວ່າງງານ ຢູ່ບ້ານ ໜອງດ້ວງເໜືອ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
