ໃນວັນທີ 4 ມີນາ 2022 ນີ້, ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສົມສັກ ເທບສຸທິນ ລັດຖະມົນຕີວ່າການກະຊວງຍຸຕິທໍາແຫ່ງ ຣາຊະອານາ ຈັກໄທ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ກ່າວຄວາມຍິນດີຕ້ອນຮັບ ທ່ານ ສົມສັກ ເທບສຸທິນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສອງຝ່າຍ ລາວ-ໄທ ລະດັບລັດຖະມົນຕີ ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 18 ໃນລະຫວ່າງວັນທີ 3-8 ມີນາ 2022 ນີ້, ພ້ອມທັງອວຍພອນໃຫ້ປະສົບຜົນສໍາເລັດໃນວຽກງານຂອງ ແລະ ຕີລາຄາສູງຕໍ່ການຮ່ວມມືຂອງສອງປະເທດ ໃນການປາບປາມ, ຄວບຄຸມຢາເສບຕິດໃຫ້ນັບມື້ນັບຫລຸດໜ້ອຍລົງ.
ພ້ອມນີ້, ທ່ານ ສົມສັກ ເທບສຸທິນ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ພັນຄຳ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຜົນການເຄື່ອນ ໄຫວວຽກງານໃຫ້ທ່ານນາຍົກໄດ້ຮັບຊາບ. ພ້ອມທັງ, ຢືນຢັນຈະໃຫ້ການຮ່ວມມືຕໍ່ການປາບປາມ ແລະ ຄວບຄຸມຢາເສບຕິດ.
ຂ່າວ: ສຸກສະຫວັດ – ພາບ: ຂັນໄຊ