ເພື່ອປະຕິບັດຕາມຄໍາສັ່ງຂອງລັດຖະບານ ໃນການປາບປາມຢາເສບຕິດ ທີ່ເປັນວາລະແຫ່ງຊາດ ແລະ ເປັນການກວດລ້າງ ໄພສັງຄົມຢາເສບຕິດໃຫ້ອອກໄປຈາກແຜ່ນດິນລາວ.

ເມື່ອຄືນນີ້ເວລາ ປະມານ 20 ໂມງ 3/3/22 ເຈົ້າຫນ້າທີ່ຕຳຫລວດວິຊາສະເພາະ ທີ່ດ່ານຈາລະຈອນ ບ້ານນໍ້າຮີ້ ເມືອງໝື່ນ ແຂວງວຽງຈັນ ໄດ້ສະກັດຈັບເອເຢັ້ນນັກຄ້າຢາເສບຕິດໄດ້

ກົດຊົມຄລິບ

.

ໃນການຈັບກຸມຄັ້ງນີ້ ມີຜູ້ຕ້ອງຫາ 2 ຄົນເປັນເພດຍິງ ຍຶດຢາເສບຕິດໄດ້ເປັນຈຳນວນຫລາຍ ພ້ອມກັບຍຶດລົດກະບະຍີ່ຫໍ້ໂຕໂຍຕ້າ 2 ຄັນ.

ສ່ວນລາຍລະອຽດຈະລາຍງານເພີ່ມຕື່ມ

.

Leave a Reply

Your email address will not be published. Required fields are marked *