ອອກຄຸກມາ ຍັງຄື່ອນໄຫວລັກຄືເກົ່າ ສຸດທ້າຍ ຖືກຈັບດຳເນີນຄະດີຮອບ 2
ທ້າວ ອື່ງຄໍາ ຫຼື ອື່ງ ອາຍຸ 26 ປີ ກໍາມະກອນ ບ້ານຫົວຂົວ ເມືອງໄຊເສດຖາ ຖືກສານຕັດສິນຕັດອິດສະຫຼະພາບ 1 ປີ 6 ເດືອນ ແລະ ທ້າວ ຈັນທະວົງ ຫຼື ຄໍາ ອາຍຸ 32 ປີ ກໍາມະກອນ ບ້ານວຽງຈະເລີນ ເມືອງໄຊເສດຖາ ຖືກສານຕັດສິນຕັດອິດສະຫຼະພາບ 3 ປີ 6 ເດືອນ ໃນຂໍ້ຫາລັກຊັບພົນລະເມືອງ ພາຍຫຼັງພົ້ນໂທດອອກມາ ພວກກ່ຽວຍັງບໍ່ເຄັດຫຼາບ ແລະ ໄດ້ສືບຕໍ່ສົມຮູ້ຮ່ວມຄິດກັນເຄື່ອນໄຫວລັກຊັບພົນລະເມືອງ ເຊິ່ງສ້າງຄວາມເສຍຫາຍດ້ານຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ ວັນທີ 16 ສິງຫາ 2021 ວ່າ: ມີຄົນຮ້າຍ 2 ຄົນ ເຂົ້າມາລັກເອົາລົດຈັກຄຣິກໄອສີຂາວ ໝາຍເລກທະບຽນ ຍຍ 3758 ສະຫວັນນະເຂດ ແລະ ລົດຈັກເວບ 100 ສີດໍາ ໝາຍເລກທະບຽນ ຈຮ 9538 ກໍາແພງນະຄອນ ຢູ່ເຂດບ້ານຊຽງດາ,

ຕົກມາຮອດ ເວລາ 11:00 ໂມງ ຂອງວັນທີ 18 ສິງຫາ 2021 ເຈົ້າໜ້າທີ່ສາມາດຈັບຕົວ ທ້າວ ອື່ງ ໄດ້ຢູ່ບ້ານຫົວຂົວ ພ້ອມທັງເກັບກູ້ລົດຈັກຄຣິກໄອສີຂາວ ຕາມການແຈ້ງຄວາມ ແລ້ວມອບຄືນໃຫ້ຜູ້ເປັນເຈົ້າຂອງ ແລະ ຕົກມາວັນທີ 15 ກຸມພາ 2022 ເຈົ້າໜ້າທີ່ໄດ້ຮັບແຈ້ງຈາກຜູ້ເສຍຫາຍອີກວ່າ: ມີຄົນມາລັກເອົາລົດຈັກ ເອັມເອັດສ໌ເອັກສ໌ ສີແດງດໍາ ໝາຍເລກທະບຽນ 5197 ກໍາແພງນະຄອນ ຢູ່ຫ້ອງແຖວ ເຂດບ້ານຫົວຂົວ, ພໍມາຮອດເວລາ 8:00 ໂມງ ເຈົ້າໜ້າທີ່ສາມາດຈັບຕົວໄດ້ຄື: ທ້າວ ຄໍາ ພ້ອມເກັບກູ້ລົດຈັກທີ່ລັກໄດ້ຈໍານວນ 4 ຄັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ຜ່ານມາ ທ້າວ ຄໍາ ແລະ ທ້າວ ອື່ງ ໄດ້ສົມຮູ້ຮ່ວມຄິດກັນລັກລົດຈັກຂອງປະຊາຊົນ ເຊິ່ງໄດ້ລັກມາແລ້ວຫຼາຍຄັ້ງ ພາຍຫຼັງໄດ້ລົດມາແລ້ວກໍ່ເອົາໄປຂາຍ ໃຫ້ຜູ້ທີ່ຕ້ອງການຊື້ ແລ້ວເອົາເງິນໄປຊື້ຢາບ້າເສບ ແລະ ຫຼິ້ນກິນ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ພວມສະຫຼຸບສໍານວນຄະດີ ສົ່ງໄອຍະການດໍາເນີນຄະດີຕາມກົດໝາຍ.
ຂ່າວ: ປກສ ນວ
