ປກສ ເມືອງສີສັດຕະນາກ ກັກຕົວເປົ້າໝາຍສໍ້ໂກງຊັບ 945.000.000 ກີບ
ທ້າວ ພະຍັກ ຫຼື ກົບ ອາຍຸ 48 ປີ ກໍາມະກອນ ສັນຊາດໄທ ພັກເຊົ່າ ຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສໍ້ໂກງຊັບພົນລະເມືອງ ລວມມູນຄ່າເສຍຫາຍເປັນເງິນ ຈໍານວນ 945.000.000 ກີບ, ຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ກັກຕົວ ໃນວັນທີ 6 ມັງກອນ 2022 ມາດໍາເນີນການສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ທ້າວພະຍັກ ຮັບສາລະພາບວ່າ: ໄດ້ສໍ້ໂກງຊັບພົນລະເມືອງແທ້ ເບື້ອງຕົ້ນໃນປີ 2019 ມີ ທ້າວຄໍາສອນ (ຜູ້ເສຍຫາຍ) ຕັ້ງອາພາດເມັ້ນ 8 ຊັ້ນ ຢູ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນວ

ຈາກນັ້ນ ຜູ່ກ່ຽວໄດ້ຕິດຕໍ່ທາງໂທລະສັບມາຫາຕົນ ໃຫ້ເປັນຄົນຮັບເໝົາວຽກແກ້ວໂຊໜ້າອາພາດເມັ້ນ ຈໍານວນ 8 ຊັ້ນ ເລີ່ມແຕ່ຊັ້ນສອງຂຶ້ນໄປ ເປັນເງິນ 525.000.000 ກີບ ຕົນຈຶ່ງຂໍເອົາກ່ອນ 50% ເປັນເງິນ 245.000.000 ກີບ ຕໍ່ມາຕົນໄດ້ຮັບເໝົາວຽກຕື່ມອີກ ເປັນວຽກຕິດຕັ້ງປະຕູປ່ອງຢ້ຽມແກ້ວ ທີ່ເຮັດດ້ວຍຂອບ ຢູພີວີຊີ ຈໍານວນ 8 ຊັ້ນ ເປັນເງິນຈໍານວນ 1.400.000.000 ກີບ ຂໍເອົາເງິນກ່ອນ 50% ເພື່ອໄປຊື້ວັດສະດຸ;

ໃນວັນທີ 19 ຕຸລາ 2020 ໄດ້ເອົາເງິນສົດໄປ ຈໍານວນ 350.000.000 ກີບ ແລະ ວັນທີ 26 ພະຈິກ 2020, ໄດ້ເອົາເງິນສົດຕື່ມອີກ ຈໍານວນ 350.000.000 ກີບ ລວມມູນຄ່າທັງໝົດເປັນເງິນຈໍານວນ 945.000.000 ກີບ ແລະ ຕົນບໍ່ໄດ້ເຮັດວຽກຕາມສັນຍາ ທີ່ຕົກລົງກັນ ກັບຜູ້ເສຍຫາຍ.
ຕົກມາໃນວັນທີ 6 ມັງກອນ 2022 ຕົນຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ກັກຕົວ. ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ພວມດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.
ຂໍ້ມູນ: ປກສ ນວ

ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ພວມດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ຂໍ້ມູນ: ປກສ ນວ