ໃນວັນທີ 25.02.2022 ເວລາ 15:20ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ : ໄຟໄໝ້ເຮືອນ ຢູ່ບ້ານ ທ່າແຂກກາງ ເມືອງ ທ່າແຂກ ແຂວງ ຄຳມ່ວນ

ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນໄຟກຳລັງລຸກໄໝ້ ເຮືອນ 1 ຫຼັງແລ້ວລາມມາໃສ່ເຮືອນທາງຂ້າງອີກ 2 ຫຼັງ.

ພວກເຮົາຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ມອດໄຟໄດ້ທຳການສະກັດກັ້ນໄຟໄວ້ໄດ້ບໍ່ໃຫ້ລຸກລາມໄປເຮືອນອື່ນຈົນສຳເລັດ .

– ຄວາມເສຍຫາຍແມ່ນໄດ້ຮັບຜົນເສຍຫາຍຫລາຍສົມຄວນແລະຢູ່ໃນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍ່ໄປ..

ທ່ານໃດທີ່ຢາກເປັນສ່ວນໜຶ່ງໃນສັງຄົມໃນການບໍລິຈາກແລະອຸປະຖຳທີມງານຂອງພວກເຮົາເຊັ່ນ :1, ເຄື່ອງປະຖົມພະຍາບານຂັ້ນຕົ້ນ, 2, ເຂົ້າສານອາຫານແຫ້ງ 3, ນຳ້ມັນລົດອອກເຫດ

ກໍສາມາດບໍລິຈາກແລະອຸປະຖຳໄດ້ທີ່ “ ຫ້ອງການ ບ້ານ ທ່າແຂກເໜືອ ຫຼັງຕະຫາດນາໂບ ຫຼື ໂອນຜ່ານບັນຊີກາງຄະນະບໍລິຫານງານມູນນິທິ :

ໂທສາຍຕົງແຈ້ງເຫດ : 020 55330065, 020 23451624 . ຫ້ອງການ : 051 251624