ຜົວ-ເມຍ ພ້ອມກັນສ້າງສາພັດທະນາຄອບຄົວຜິດວິທີ ຖືກເຈົ້າໜ້າທີ່ ຈັບພ້ອມຂອງກາງ 12.000 ເມັດ
ທ້າວ ດາວລິນ ຫຼື ບີ ອາຍຸ 24 ປີ ແລະ ນາງ ຈັນດາ ຫຼື ດາ ອາຍຸ 37 ປີ ( ຜົວເມຍ ) ຢູ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ຈັບຂອງກາງຢາບ້າ 12.000 ເມັດ ໄປດໍາເນີນຄະດີໃນວັນທີ 28 ພະຈິກ ຜ່ານມາ, ໃນຂໍ້ຫາການຄ້າຂາຍຢາເສບຕິດ.
ເຈົ້າໜ້າທີ່ ປກສ ເມືອງໄຊທານີ ເປີດເຜີຍວ່າ: ຜ່ານການສອບສວນພວກກ່ຽວສາລະພາບວ່າ: ໃນເດືອນມັງກອນ 2021, ໄດ້ພາກັນເຄື່ອນໄຫວຄ້າ ຂາຍຢາບ້າໃນໄລຍະຜ່ານມາ, ແມ່ນຊື້ຢາບ້ານໍາ ນາງ ເຂັມພອນ ອາຍຸ 43 ປີ ຢູ່ບ້ານໄຊ ສະຫວ່າງ ເມືອງໄຊທານີ ມາຂາຍ ຈໍານວນຫຼາຍຄັ້ງ, ພາຍຫຼັງທີ່ຊື້ຢາບ້າມາໄດ້ແຕ່ລະຄັ້ງກໍນໍາເອົາໄປຂາຍ ໃຫ້ໄວລຸ້ນຜູ້ທີ່ເສບຢາ, ສ່ວນເງິນທີ່ ໄດ້ມາຈາກການຄ້າຂາຍຢາເສບຕິດນັ້ນໄດ້ນຳໄປໃຊ້ຈ່າຍຫຼິ້ນກິນຟຸມ ເຟືອຍຈົນໝົດ.
ມາຮອດວັນທີ 28 ພະຈິກ 2021, ເວລາປະມານ 11:00 ໂມງ ໄປຊື້ຢາບ້າ ນາງເຂັມ ພອນ ຈໍານວນ 12.000 ເມັດ; ເຊິ່ງຄັ້ງນີ້ໄດ້ຕິດໜີ້ເອົາຢາໄປຂາຍກ່ອນ ຈຶ່ງນໍາເງິນມາຈ່າຍໃຫ້ພາຍຫຼັງ; ຈາກນັ້ນ, ເມື່ອໄດ້ຢາບ້າ ມາແລ້ວກໍນໍາໄປຂາຍ ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ພ້ອມຂອງກາງຈໍານວນດັ່ງກ່າວໄປດໍາເນີນຄະດີຕາມກົດໝາຍ.
ເວລາຕໍ່ມາ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ສືບຕໍ່ຂະຫຍາຍ ຜົນເພື່ອໄປຈັບຕົວ ນາງ ເຂັມພອນ ຢູ່ເຮືອນບ້ານໄຊສະຫວ່າງ ແຕ່ຜູ້ກ່ຽວໄດ້ຫຼົບໜີກ່ອນ. ຈາກນັ້ນ, ຈຶ່ງໄດ້ສົມທົບກັບ ປກສ ກູ່ມບ້ານ ໄຊ ແລະ ການຈັດຕັ້ງ ບ້ານໄຊສະຫວ່າງ ເຂົ້າກວດຄົ້ນລົດຂອງ ນາງ ເຂັມພອນ ທີ່ຈອດໄວ້ໃນເຮືອນ; ເຊິ່ງເປັນລົດວີໂກ້ສີຂາວ ໝາຍ ເລກທະບຽນ ຂຂ 2121 ກໍາແພງ ນະຄອນ ພົບເຫັນຢາບ້າ 14 ເມັດ ກັບອີກເຄິ່ງເມັດນ້ອຍ ແລະ ຢາໄອສ໌ 4 ຖົງນ້ອຍ ຈຶ່ງໄດ້ນໍາຂຶ້ນມາຮັກສາໄວ້ເພື່ອເປັນຫຼັກຖານ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະ ເພາະກໍາລັງເລັ່ງດໍາເນີນຕິດຕາມຕົວນາງ ເຂັມພອນ ພ້ອມທັງສືບຄົ້ນຫາພັກພວກຫົວໂປ່ໂຕການທີ່ມີສ່ວນພົວພັນຢາເສບຕິດມາດໍາເນີນຄະດີ.

.
