ເມື່ອບໍ່ດົນມານີ້ ຢູ່ບ້ານຜັກຂະຍ່າ ເມືອງອາດສະພອນ ແຂວງສະຫວັນນະເຂດ, ປະຊາຊົນພາຍໃນບ້ານໄດ້ສາມັກຄີກັນກໍ່ສ້າງເສັ້ນທາງເບຕົງຜ່ານບ້ານຂອງຕົນໃຫ້ສຳເລັດຕາມແຜນການໃນໄລຍະທີ 2 ຊຶ່ງການກໍ່ສ້າງເສັ້ນທາງໃນໄລຍະທີ 2 ນີ້, ມີໄລຍະທາງຍາວ 350 ແມັດ, ກວ້າງ 5 ແມັດ, ໜາ 15-18 ຊັງຕີແມັດ, ຄາດວ່າຈະໃຫ້ສຳເລັດກ່ອນລະດູຝົນປີນີ້, ສ່ວນແຫຼ່ງທຶນການກໍ່ສ້າງຂັ້ນຕົ້ນແມ່ນເງິນລວມຂອງບ້ານ ແລະ ການລະດົມຈາກພາກສ່ວນລູກຫຼານຊາວບ້ານຜັກຂະຫຍ່າທີ່ອາໄສຢູ່ທ້ອງຖິ່ນອື່ນທັງພາຍໃນ ແລະ ຕ່າງປະເທດ ໃນມູນຄ່າຄາດຄະເນເບື້ອງຕົ້ນປະມານ 300 ລ້ານກວ່າກີບ.

ການຈັດຕັ້ງປະຕິບັດວຽກງານການສ້າງທາງຄັ້ງນີ້, ແມ່ນພາຍໃຕ້ການຊີ້ນຳ-ນຳພາຂອງ ທ່ານ ວົງໃຈ ໄຊຍະກຸມມານ ແລະ ອຳນາດການປົກຄອງບ້ານຜັກຂະຍ່າ ໂດຍພາຍໃຕ້ການຕິດຕາມຈາກຄະນະການນຳຂອງເມືອງ ແລະ ຂະແໜງການກ່ຽວຂ້ອງ. ສ່ວນແຮງງານຮັບໃຊ້ໃນການກໍ່ສ້າງແມ່ນແຮງງານຂອງປະຊາຊົນພາຍໃນບ້ານສາມັກຄີກັນກໍ່ສ້າງ, ພ້ອມດຽວກັນນັ້ນກໍໄດ້ສ້ອມແປງທາງຊອຍພາຍໃນບ້ານເສັ້ນຕ່າງໆຂອງບ້ານ ເພື່ອຮັບປະກັນການເກີດນໍ້າອັ່ງຂັງເປັນບວກໜອງໃນໄລຍະລະດູຝົນ.

ຂ່າວ-ພາບ: ເມືອງອາດສະພອນ

Leave a Reply

Your email address will not be published. Required fields are marked *