ຢ່າຫຼົງເຊື່ອຄົນງ່າຍ………….ແອບອ້າງເປັນເຈົ້າໜ້າທີ່ ຕົວະເອົາເງິນແລ່ນຄົນອອກຄຸກໄດ້
ວັນທີ 16 ກຸມພາ 2021 ຫ້ອງຂ່າວ ປກສ ແຂວງຈຳປາສັກ ລາຍງານວ່າ: ເຈົ້າໜ້າທີ່ພະແພກສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 22 ພະຈິກ 2021 ໄດ້ຮັບ ແຈ້ງຄວາມຈາກຜູ້ເສຍຫາຍຊື່ ນາງ ເຫຼືອງ ຢູ່ບ້ານໂຄກກ່ອງ ແລະ ນາງ ອ່ອນດີ ຢູ່ບ້ານປາກຊ້າງ ເມືອງສຸຂຸມມາ ວ່າ: ໄດ້ມີຊາຍບໍ່ຮູ້ຊື່ ແອບອ້າງເປັນເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໂທລະ ສັບມາຫາບອກໃຫ້ໂອນເງິນໃຫ້ ຄ່ານໍາສົ່ງ ທ້າວ ເຫຼືອງ ແລະ ທ້າວ ລາດ ທີ່ຖືກກັກຕົວຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ ໂດຍບອກວ່າ ທັງສອງປ່ວຍແຮງໄດ້ນຳຕົວອອກມາປິ່ນປົວ. ຈາກນັ້ນ, ນາງ ເຫຼືອງ ໄດ້ໂອນເງິນໃຫ້ຈຳນວນ 2.000.000 ກີບ ແລະ ນາງ ອ່ອນດີ ໂອນເຂົ້າບັນຊີດຽວກັນ ຈຳນວນ 3.000.000 ກີບ

ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ, ເຈົ້າໜ້າທີ່ຈິ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເກັບກຳຂໍ້ມູນຫຼັກຖານຕິດຕາມເປົ້າໝາຍ. ມາຮອດວັນທີ 31 ທັນວາ 2021, ຈຶ່ງສາມາດກັກຕົວຜູ້ຖືກຫາໄດ້ ຊື່ ທ້າວ ເພ່ຍ ອາຍຸ 35 ປີ ປະຊາຊົນຢູ່ບ້ານໜອງແຕ້ ເມືອງຈຳປາສັກ ແຂວງຈຳປາສັກ.
ຜູ້ກ່ຽວໄດ້ຮັບສາລະພາບກັບເຈົ້າໜ້າທີ່ວ່າ: ໃນປີ 2019, ຜູ້ກ່ຽວ ໄດ້ຖືກເຈົ້າ ໜ້າທີ່ກັກຕົວໃນຂໍ້ຫາສໍ້ໂກງຊັບ ແລະ ຖືກສາຕັດສິນຈຳຄູກ 1 ປີ 6 ເດືອນ ພາຍຫຼັງທີ່ພົ້ນໂທດກໍໄດ້ສ້າງຄອບຄົວກັບນາງ ຄຳ ຢູ່ບ້ານໂນນແດງ ເມືອງສຸຂຸມມາ. ມາຮອດທ້າຍປີ 2021, ຜູ້ກ້ຽວບໍ່ມີເງິນໃຊ້ ຈຶ່ງຫາວິທີຕົວະເອົາເງິນນຳ ພີ່ນ້ອງ ຂອງທ້າວ ສາຍ ອາຍຸ 28 ປີ ທີ່ຖືກກັກຂັງນຳກັນຢູ່ຄຸມຂັງ-ດັດສ້າງເມືອງຈຳປາສັກ ໂດຍໄດ້ຂໍເບີໂທລະສັບຂອງແມ່ ທ້າວ ສາຍ ກ່ອນອອກຈາກຄ້າຍຄຸມຂັງ ແລ້ວໂທຫາແມ່ທ້າວ ສາຍ ໂດຍອ້າງວ່າ ຜູ້ກ່ຽວເປັນເຈົ້າ ໜ້າທີ່ອອກ ຊື່ ທ້າວ ສີລາ ວົງ ຫຼື ນ້ອຍ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ ແລ້ວຕົວະວ່າ ໃຫ້ໄປພົວພັນເອົາ ທ້າວ ສາຍ ອອກຈາກຄ້າຍຄຸມ ຂັງຕ້ອງໃຊ້ເງິນຈຳນວນ 2.000 ບາດໄທ. ຈາກນັ້ນ, ແມ່ຂອງທ້າວ ສາຍ ໄດ້ເອົາເງິນໃຫ້ຜູ້ກ່ຽວ ຈຳນວນ 600.000 ກີບ ແລະ ເຂົ້າສານ 1 ກະສອບ. ຜ່ານໄປ 2 ວັນ ແມ່ຂອງທ້າວ ສາຍ ໄດ້ໂທມາຫາຜູ້ກ່ຽວວ່າ ມີພີ່ນ້ອງຢາກແລ່ນເອົາລູກອອກຈາກຫ້ອງຂັງ; ຜູ້ກ່ຽວຕອບ ກັບໄປວ່າ ຖ້າຢາກເອົາອອກຈາກຄຸມຂັງຕ້ອງໃຊ້ເງິນຈຳນວນ 6.000.000 ກີບ.

ຈາກນັ້ນ, ຜູ້ກ່ຽວໄດ້ໂທບອກຜູ້ທີ່ຢາກແລ່ນເອົາລູກອອກຈາກຄ້າຍຄຸມຂັງ ໂອນເງິນໃຫ້ກ່ອນ 3.000.000 ກີບ ຜ່ານບັນຊີຂອງທ້າວ ຊົມ. ຕໍ່ມາ, ຜູ້ກ່ຽວໄດ້ໄປເອົາເງິນນຳທ້າວ ຊົມ ແລ້ວເອົາມາໃຊ້ຈ່າຍຈົນໝົດ. ຫຼັງຈາກນັ້ນ, ກໍໄດ້ຕົວະເອົາເງິນນຳພີ່ນ້ອງຂອງຜູ້ທີ່ຖືກກັກຕົວຢູ່ຄຸມຂັງ-ດັດສ້າງ ຈຳນວນ ຫຼາຍຄົນ. ໃນນີ້, ລວມທັງຜູ້ເສຍຫາຍທັງສອງຄົນທີ່ແຈ້ງຄວາມຕໍ່ເຈົ້າໜ້າທີ່ ໂດຍໄດ້ເງິນລວມທັງໝົດ 9.100.000 ກີບ. ມາຮອດວັນທີ 31 ທັນວາ 2021, ຈິ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
ເລື່ອງນີ້ ຈິ່ງເປັນອີກເລື່ອງໜຶ່ງທີ່ເຕື່ອນສະຕິໃຫ້ສັງຄົມຮັບຮູ້ວ່າ ຢ່າຫຼົງເຊື່ອຄົນບໍ່ດີ ເພາະການດຳເນີນຄະດີແມ່ນໄປຕາມຂະບວນການທາງກົດໝາຍ ບໍ່ມີໃຜສາມາດແລ່ນເອົານັກໂທດອອກມາໄດ້ແບບງ່າຍດາຍ ນອກຈາກນັກໂທດປະຕິບັດດີ ແລະ ຮູ້ກັບຕົວກັບໃຈ ຈຶ່ງໄດ້ຮັບອະໄພຍະໂທດຈາກລັດຖະບານ.
