ພິທີມອບ-ຮັບ ຢາບົງແຊນ ບຳບັດຜູ້ຕິດຢາເສບຕິດ.

ໃນຕອນເຊົ້າ ຂອງວັນທີ 21 ກຸມພາ 2022 ຜ່ານມາ ຢູ່ສະຖານທີ່ ດ່ານສາກົນ ເກົາແຈວ, ແຂວງ ຮ່າຕິ່ງ, ສສ ຫວຽມນາມ. ໄດ້ມີພິທີ ມອບ – ຮັບ ເຄື່ອງຊ່ວຍເຫຼືອ ຢາດອກບົວ (ຫຼື ຢາບົງແຊນ ) ເປັນຢາສຳລັບ ບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ລະຫວ່າງກະຊວງສາທາລະນາສຸກ ສສ ຫວຽດນາມ ມອບໃຫ້ກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ.

ຕາງໜ້າຄະນະຜູ້ແທນຝ່າຍ ສສຫວຽດນາມ ມີ ທ່ານ ຟ່າມດຶກແມັງ ຮອງຫົວໜ້າກົມສະກັດກັ້ນເຊື້ອເຮດສໄອວີ( HIV), ກະຊວງສາທາລະນະສຸກ ແຫ່ງສສ ຫວຽດນາມ ກໍ່ໄດ້ຂື້ນກ່າວຄຳຄິດເຫັນ ຕ້ອນຮັບຄະນະຜູ້ແທນລາວ
ຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມດີອົກດີໃຈທີ່ໄດ້ໃຫ້ການຊ່ວຍເຫຼືອ ຢາກາດອກບົວ ຫຼືຢາບົງແຊນ ເພື່ອປະ ກອບສ່ວນເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໂດຍສະເພາະ ແມ່ນຢາສຳລັບການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ. ຈໍານວນ 1.000 ຊຸດ ມີ 250 ແກັດ ນ້ຳໜັກ 03 ໂຕນກວ່າ ມອບໃຫ້ແກ່ ສປປ ລາວ ຢາສະໝຸນໄພ ກາດອກບົວ ໄດ້ຮັບການຂື້ນທະບຽນ,ມີໃບອະນຸຍາດການຜະລິດ ແລະ ຈຳໜ່າຍ ຖຶກຕ້ອງຕາມກົດໝາຍ,ມີໃບຢັ້ງຢືນຮັບຮອງມາດຕະຖານຄຸນນະພາບຈາກກະຊວງສາທາລະນະສຸກ ສສ ຫວຽດນາມ, ມີຄຳແນະນຳເປັນພາສາລາວຄົບຖ້ວນ,ຄົບເງື່ອນໄຂໃນການສົ່ງເຂົ້າມາ ສປປ ລາວ.

ຕາງໜ້າຄະນະຜູ້ແທນ ຝ່າຍລາວຂື້ນມີຄຳເຫັນກ່າວຮັບ ໂດຍ ທ່ານ ພັອ ວົງເພັດ ແສນວົງສາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ,ກະຊວງປ້ອງກັນຄວາມສະຫງົບ ຊື່ງທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອ ມາຍັງກະຊວງສາທາລະນະສຸກ ແຫ່ງ ສສ ຫວຽດນາມ ທີ່ໄດ້ນຳເອົາຢາດອກບົວ ປີ່ນປົວຜູ້ຕິດຢາເສບຕິດ ມາຊ່ວຍເຫຼືອ ສປປ ລາວ , ເຊິ່ງສະແດງໃຫ້ເຫັນເຖິງສາຍພົວພັນຮ່ວມມືແບບພິເສດ ຂອງສອງພັກ ສອງລັດ ສອງປະເທດ ລາວ-ຫວຽດນາມອ້າຍນ້ອງທີ່ເຄີຍມີມູນເຊື້ອຊ່ວຍເຫຼືອເບິ່ງແຍງເຊິ່ງກັນ ແລະ ກັນ ຕະຫຼອດມາ.

ຜົນງານການຊວ່ຍເຫຼືອໃນຄັ້ງນີ້ແມ່ນສຸດທີ່ມີຄວາມ ໝາຍສຳຄັນຍີ່ງ ເພາະການປະກອບສ່ວນຊ່ວຍເຫຼືອໃນຊວງໄລຍະທີ່ ສປປລາວ ພວມດຳເນີນການຈັດຕັ້ງປະຕິບັດ ແຜນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ 2021-2023 ເຄື່ອງຊວ່ຍເຫຼືອດັ່ງກ່າວນີ້ ຈະນຳໄປແຈກຢາຍໃຫ້ບັນດາສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃນຂອບເຂດທົ່ວປະເທດ ເພື່ອປະ ກອບສ່ວນເຂົ້າໃນການຕໍ່ສູ້ປ້ອງກັນໄພຂົ່ມຂູ່ຈາກຢາເສບຕິດ ນຳເອົາສຸຂະພາບຄືນມາໃຫ້ຜູ້ປວ່ຍເອົາຄວາມສຸກຄືນມາໃຫ້ໃຫ້ຄອບຄົວ ແລະ ສັງຄົມມີຄວາມສະຫງົບປອດໄພໃຫ້ ແລະ ເກີດເປັນຜົນປະໂຫຍດສູງສຸດ.

ໂດຍ: ໜັງສືພິມຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *