ກັກຕົວກຸ່ມໄວລຸ້ນມົ້ວສຸມຢາເສບຕິດຄາເຮືອນພັກ ໄດ້ 24 ຄົນ ຍິງ 5 ຄົນ.
ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມໄວລຸ້ນຈຳນວນໜຶ່ງມົ້ວສຸມເສບຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງ ເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ວິຊາສະເພາະ ຈິ່ງໄດ້ລົງຕິດຕາມກວດກາເຫັນວ່າມີມູນຄວາມຈິງແທ້. ມາຮອດວັນທີ 17 ກຸມພາ 2022 ເວລາ 13 :00 ໂມງ, ເຈົ້າໜ້າທີ່ ຈິ່ງໄດ້ເຂົ້າກັກຕົວກຸ່ມໄວລຸ້ນດັ່ງກ່າວໄດ້ 24 ຄົນ ຍິງ 5 ຄົນ.

ພັທ ພູທອນ ໄຊຍະທຳ ຮອງຫົວໜ້າ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ຮູ້ວ່າ: ພາຍຫຼັງກັກຕົວເປົ້າໜາຍໄດ້ແລ້ວ ກໍ່ນຳມາສຶກສາອົບຮົມ ໃຫ້ພວກເຂົາຮູ້ສຶກກິນແໜງແຄງໃຈຕໍ່ການກະທຳທີ່ຜິດຕໍ່ລະບຽບກົດໝາຍ ແລະ ໄດ້ອະທິບາຍໃຫ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍ ຂອງຢາເສບຕິດ ໂດຍສະເພາະຢາບ້າ ທີ່ມີລິດທຳລາຍລະບົບປະສາດ ຜູ້ເສບຈະກາຍເປັນບ້າ, ເສຍຈິດ ຖ້າຮຸນແຮງອາດເຖິງຂັ້ນເສຍຊີວິດໄດ້ ແລະ ຍັງເປັນສາເຫດທີ່ເຮັດໃຫ້ຄອບຄົວມີຄວາມແຕກແຍກ, ເກີດບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ພາຍຫຼັງສຶກສາອົບຮົມແລ້ວ ເຈົ້າໜ້າທີ່ກໍ່ໄດ້ຖ່າຍຮູບບັນທຶກປະຫວັດການເຄື່ອນໄຫວ ຖ້າຍັງພົບເຫັນອີກວ່າໄປພົວພັນກັບສິ່ງເສບຕິດ ກໍລະນີໃດກໍ່ຕາມ ຈະຖືກນຳມາດຳເນີນຄະດີຕາມລະບຽບກົດໝາຍໂດຍບໍ່ມີຂໍ້ຍົກເວັ້ນ.

ຈາກນັ້ນ ໄດ້ນຳສົ່ງຕົວພວກກ່ຽວໄປສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ ເພື່ອບຳບັດປິ່ນປົວພວກກ່ຽວ ໃຫ້ກັບຄືນມາເປັນຄົນດີຂອງຄອບຄົວ ແລະ ເປັນພົນລະເມືອງດີຂອງສັງຄົມ.

ຂໍ້ມູນ: ປກສ ນວ
