ຈັບແມ່ຕູ້ ພ້ອມຄູ່ຮ່ວມຂະບວນການ ລຸ້ນຫຼານ ລວມຂອງກາງ 1.072 ເມັດ

ວັນທີ 21 ກຸມພາ 2022, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມບ້ານໄຊ ເມືອງໄຊທານີ ເຂົ້າກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານດອນໜູນ ໄດ້ 3 ຄົນ ຊື່

ນາງ ນາງ ອາຍຸ 50 ປີ ວ່າງງານ ມີຂອງກາງຢາບ້າ 1.053 ເມັດ, ທ້າວ ຕາບູ່ ອາຍຸ 19 ປີ ກໍາມະກອນ ມີຂອງກາງຢາບ້າ 19 ເມັດ ແລະ ທ້າວ ແຫຼມ ອາຍຸ 18 ປີ ກໍາມະກອນ ( ຜູ້ຮ່ວມຂະບວນການ ) ພວກກ່ຽວພັກເຊົາ ຢູ່ບ້ານດອນໜູນ ເມືອງໄຊທານີ ນວ.

ຜ່ານການສອບສວນ ຜູ້ຖືກຫາທັງ 3 ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາບ້າທີ່ເຈົ້າໜ້າທີ່ພົບເຫັນ ແລະ ຢຶດໄດ້ນັ້ນ ແມ່ນຂອງກ່ຽວແທ້ ຜ່ານມາເລີ່ມພົວພັນເສບຢາບ້າມາແຕ່ປີ 2019 ໂດຍຊື້ນໍາໄວລຸ້ນທົ່ວໄປ,

ຕົກມາຮອດຕົ້ນປີ 2022, ເລີ່ມຄ້າຂາຍຢາບ້າ ໂດຍຮັບເອົານໍາຊາຍຄົນໜື່ງບໍ່ຮູ້ທີ່ຢູ່ ຈໍານວນ 3 ຄັ້ງ, ຄັ້ງລະ 1.000 ເມັດ ແລ້ວມາຂາຍໃຫ້ໄວລຸ້ນ ເຂດບ້ານດອນໜູນ, ຄັ້ງລ່າສຸດຮັບເອົາ 1.053 ເມັດ,

ຕໍ່ມາວັນທີ 21 ກຸມພາ 2022, ຈິ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມກັບຜູ້ຮ່ວມຂະບວນການ ທ້າວ ຕາບູ່ ແລະ ທ້າວ ແຫຼມ ມາດໍາເນີນຄະດີ. ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ພວມສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຄ້າຂາຍຢາເສບຕິດ ມາດໍາເນີນຄະດີຕາມກົດໝາຍ.

ຂໍ້ມູນ: ປກສ ນວ

.

Leave a Reply

Your email address will not be published. Required fields are marked *