ປກສ ນະຄອນ ໄກສອນ ພົມວິຫານ ຈັບຜູ້ຄ້າຢາ ພ້ອມຂອງກາງ 4.310 ເມັດ ແລະ ຢາໄອສ 14 ຖົງ

ໃນວັນທີ 11 ກຸມພາ 2022 ນີ້, ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ 2 ຄົນ, ຊື່ ທ້າວ ບຸນທະວີ ( ແອນ້ອຍ ) ອາຍຸ 19 ປີ ພ້ອມຂອງກາງຢາບ້າ ຈຳນວນ 88 ເມັດ, ໂທລະສັບ 1 ໜ່ວຍ ແລະ ລົດຈັກເວບໄອ ສີຟ້າດຳ ປ້າຍທະບຽບສະຫວັນະເຂດ ຍດ 4737, ທ້າວ ແອັດດີ້ ອາຍຸ 32 ປີ ພ້ອມຂອງກາງຢາບ້າ ຈຳນວນ 8 ຖົງ ເທົ່າກັບ 1.600 ເມັດ,ໂທລະສັບ 1ໜ່ວຍ; ທັງສອງຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິຫານ ຈຸດກັກຕົວພວກກ່ຽວເສັ້ນທາງຂອບເຂດບ້ານ ໂນນສະຫວາດ ນະຄອນໄກສອນ ພົມວິຫານ ຈາກນັ້ນຈຶ່ງໄດ້ນຳຕົວພວກກ່ຽວເຂົ້າມາ ປກສ ນະຄອນໄກສອນ ພົມວິຫານ ເພື່ອສືບສວນ-ສອບສວນ.

ຕໍ່ມາໃນວັນທີ 16 ກຸມພາ 2022, ທາງເຈົ້າໜ້າທີ່ ກໍໄດ້ກັກຕົວເປົ້າໜາຍຄ້າ-ຂາຍຢາບ້າ ຈຳນວນ 4 ຄົນ,ທ້າວ ຢູລາ ( ນ້ອຍ ) ອາຍຸ 23 ປີ ບ້ານສີບຸນເຮືອງ ເມືອງຈຳພອນ ແຂວງສະຫວັນະເຂດ ມາພັກເຊົາຢູ່ ບ້ານ ໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິຫານ ຈຸດກັກຕົວ ຂອບເຂດປ່າຊ້າຫຼວງບ້ານ ໂນນສະຫວາດ ພ້ອມຂອງກາງຢາບ້າ ຈຳນວນ 100 ເມັດ ແລະ ຜ່ານການສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າ ຈຳນວນດັງກ່າວຊື້ມາຈາກ ທ້າວ ວັນມະນີ (ໂກ້) ອາຍຸ 45 ປີອາຊີບ ບ້ານໜອງຜື ນະຄອນໄກສອນ ພົມວິຫານ.

ຕົກມາຮອດເວລາ 15 ໂມງ 20 ນາທີ ຂອງວັນດຽວກັນຈຶ່ງໄດ້ກັກຕົວ ທ້າວ ວັນມະນີ (ໂກ້) ໄດ້ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າ ຈຳນວນ 31 ເມັດ,ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ ແລະ ຜ່ານການສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າ ທີ່ມາຈຳໜາຍ-ຂາຍ ແມ່ນຊື້ມາຈາກ ທ້າວ ສຸລິຍາ (ຕຸກ) ອາຍຸ 32 ປີ ອາຊີບ ກຳມະກອນ ບ້ານຫົວເມືອງເໜືອ ນະຄອນໄກສອນ ພົມວິຫານ ໄດ້ພັກເຊົາຢູ່ບ້ານ ອຸດົມວິໄລ ນະຄອນໄກສອນ ພົມວິຫານ.

ຮອດເວລາ 15 ໂມງ 40 ນາທີ ຂອງວັນດຽວກັນ ຈຶ່ງໄດ້ກັກຕົວ ທ້າວ ສຸລິຍາ (ຕຸກ) ໄດ້ຢູ່ຫ້ອງເຊົ່າທີ່ຜູ້ກ່ຽວພັກຢູ່ ບ້ານອຸດົມວີໄລ ພ້ອມຂອງກາງຢາບ້າ ຈຳນວນ 2 ຖົງ ເທົ່າກັບ 394 ເມັດ ກັບຢາໄອສ ຈໍານວນ 14 ຖົງນ້ອຍ,ໂທລະສັບ 2 ໜ່ວຍ ແລະ ຮອດເວລາ 18 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ກິດຕ້າ ອາຍຸ 22 ປີ ບ້ານ ໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ໄດ້ຢູ່ເຮືອນ ພ້ອມຂອງກາງຢາບ້າ ຈຳນວນ 11 ຖົງ ເທົ່າກັບ 2.097 ເມັດ,ໂທລະສັບ 1 ໜ່ວຍ.

ຈາກນັ້ນຈຶ່ງໄດ້ນຳຕົວພວກຜູ້ກ່ຽວ ພ້ອມຂອງກາງຢາບ້າ ແລະ ເຂົ້າມາ ປກສ ນະຄອນໄກສອນ ພົມວິຫານ ເພື່ອທຳການສືບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດ ໜາຍບ້ານເມືອງຕໍ່ໄປ.

Leave a Reply

Your email address will not be published. Required fields are marked *