ເຈົ້າຫນ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນຈັບທ້າວ ຄວາຍ ລັກງົວຂອງຄົນອື່ນທີ່ລ່າມກິນຫຍ້າ. ໃນວັນທີ 13 ກຸມພາ 2022 ນີ້ ປກສ ເມືອງ ໄຊທານີ ໄດ້ຮັບແຈ້ງຄວາມຈາກ ທ້າວ ສຸດາເພັດ ວ່າ:

ໄດ້ມີຄົນຮ້າຍມາລັກງົວຂອງຕົນເອງ ທີ່ລ່າມໄວ້ຢູ່ເຂດ ບ້ານໂນນສະອາດ ຈາກນັ້ນເຈົ້າຫນ້າທີ່ຈຶ່ງໄດ້ຕິດຕາມກວດກາ.

ຮອດເວລາ 13:00 ໂມງຂອງວັນດຽວກັນສາມາດກັກຕົວຄົນຂີ້ລັກໄດ້ 1 ຄົນ ຄື ທ້າວ ຄວາຍ ອາຍຸ 34 ປີ ອາຊີບຄ້າຂາຍ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫລວງວຽງຈັນ.

Leave a Reply

Your email address will not be published. Required fields are marked *