ອຸບັດຕິເຫດລົດຕາງເຫຼັກເສຍຫຼັກຫຼຸດໂຄ້ງປີ້ນລົງຂ້າງທາງ ເສຍຊີວິດ01ຄົນ

ໃນວັນທີ 17.02.2022 ເວລາ 08:56ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີອຸບັດຕິເຫດລົດພ່ວງຕາງເຫຼັກປີ້ນ ຢູ່ດອຍທ່າຟ້າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 01ຄົນ:

ຜູ້ເສຍຊີວິດ:ທ້າວ ເພິງເຝີ້ຍອາຍຸ 38ປີ. (ສັນຊາດຈີນ).

ມີບາດແຜ:ກະໂຫຼກກຫົວແຕກ,ແຂນຫັກທັງສອງເບື້ອງ,ແອວຫັກ,ຂາທັງສອງເບື້ອງຫັກ

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປທີ່ໂຮງໝໍແຂວງບໍ່ແກ້ວເພື່ອລໍ່ຖ້າຍາດພີ່ນ້ອງນຳເອົາໄປເຮັດພິທີທາງສາສະໜາ.

ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ.

ອຸບັດຕິເຫດ&ເຈັບ-ປ່ວຍສຸກເສີນໂທແຈ້ງ:☎️084 1625 ☎️ຕະຫລອດ24ຊົ່ວໂມງ.

—————————————-

🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ084 1625

Leave a Reply

Your email address will not be published. Required fields are marked *