ເຫດ ລົດຈັກຕຳທ້າຍລົດໃຫຍ່ (ເສຍຊີວິດຄາທີ່ 01ຄົນ ເພດຊາຍ)
ວັນທີ 16/02/2022 ເວລາ 23:28 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ຈາກປະຊາຊົນມີອຸປະຕິເຫດລົດຈັກຕຳກົ້ນລົດພວງ

ຈຸດເກີດເຫດ :ບ້ານໂນນສຳພັນ ເມືອງໂພນທອງ ແຂວງ ຈຳປາສັກ

ພໍໜ່ວຍກູໄພຮອດຈຸດເກີດເຫດ ພົບຜູ້ເສຍຊີວິດ 01ຄົນ ເພດຊາຍ
ອາຍຸ15ປີ ອາຊີບປະຊາຊົນ ປັດຈຸບັນຢູ່ ບ້ານ ດອນໂຈດ ເມືອງ ໂພນທອງ ແຂວງ ຈຳປາສັກ

– ອາການເບື້ອງຕົ້ນ: ເສຍຊີວິດຢູ່ຈຸດເກີດເຫດ, ກະທົບຫົວ ,ແອວຜິດຮູບ
ດັ່ງນັ້ນຈຶ່ງໄດ້ມ້ຽນຄາບສົບຜູ້ກ່ຽວນຳສົ່ງກັບບ້ານເພື່ອໄປປະກອບພິທີທາງສາສະໜາ

*ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ
——————————-
ອຸປະຕິເຫດ ສຸກເສີນ ໂທ 1623 ຫລື 030 4912875 ຕະຫລອດ 24ຊົ່ວໂມງ