ອຸບັດຕິເຫດລົດບັນທຸກຫມູເສຍລັກປີ້ນລົງຂ້າງທາງ (ເຂດພູເກົ້າຫລັກ) ຜູ້ປະສົບອຸບັດຕິເຫດ 02 ຄົນ, ເສຍຊີວິດ01ຄົນ

ໃນວັນທີ່ 13 ກຸມພາ 2022 ເວລາ 15:38 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດຂັບຂີ່ລົດບັນທຸກຫມູເສຍລັກປີ້ນລົງຂ້າງທາງ ຢູ່ທີ່ເສັ້ນທາງ ເຂດພູເກົ້າຫລັກ

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ປະສົບອຸບັດຕິເຫດ02ຄົນ,ເສຍຊີວິດ01ຄົນ. ນອກນີ້ຍັງມີໝູຕາຍແລະບາດເຈັບຈໍານວນຫຼາຍ.

– ອາການບາດເຈັບເບື້ອງຕົ້ນ: ຜູ້ທີ່01 ຂາເບື້ອງຂວາຫັກເປີດ,ມີບາດແຜຈີກຢູ່ຂາເບື້ອງຊ້າຍ. -ຜູ້ທີ່02 ເສຍຊີວິດຄາທີ່ ຊື່ທ້າວ ເກດສະຫນາ ອາຍຸ51ປີ,ບ້ານຢູ່ ບ້ານຫລັກຫ້າສິບສາມ ເມືອງຈຳພອນ ແຂວງສະຫວັນນະເຂດ

ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງໄດ້ນຳສົ່ງຜູ້ບາດເຈັບໄປໂຮງຫມໍແຂວງຫລວງພະບາງ

ສ່ວນຜູ້ເສຍຊີວິດທີມງານຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ

ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ🙏🙏🙏🙏🙏🙏

#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625

ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ 🚑ຕິດຕໍ່ເຂົ້າເບີ 071 1625

Leave a Reply

Your email address will not be published. Required fields are marked *