ອຸບັດຕິເຫດລົດໃຫຍ່ເສຍຫລັກປີ້ນເອງ ມີ ຜູ້ບາດເຈັບ 3 ຄົນ, ເສຍຊີວິດຄ່າທີ 1 ຄົນ
ໃນວັນທີ 12 ກຸມພາ 2022, ເວລາ 12:15 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625ວ່າມີລົດໃຫຍ່ປີ້ນເອງ ຢູ່ທີ່ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບໄປຮອດສະຖານທີ່ພົບເຫັນຄົນ ເຈັບທັງຫມົດ 4 ຄົນ, ເປັນເພດຍິງ 2 ຄົນ
ອາການເບື້ອງຕົ້ນ: ຜູ້ທີ 1 : ເພດຊາຍ, ມີບາດແຜເປີດຢູ່ຫນ້າພາກ, ຜູ້ທີ 2: ເພດຍິງ,ບ່າໄຫຼ່ເບື້ອງຂວາຫັກປິດ, ຜູທີ3: ເພດຊາຍ, ມີບາດແຜຖະຫລອກຕາມຕົນໂຕ, ຜູ້ທີ4:ເພດຍິງ , ຊີບຈອນຢຸດເຕັ້ນ,ບໍ່ຫາຍໃຈ ດັ່ງນັ້ນ ຈີງທຳການ CPR ແຕ່ຄົນເຈັບບໍ່ຕອບສະຫນອງໃດໃດ (ເສຍຊິວິດຄາທີ່).

ດັ່ງນັ້ນຈີ່ງໄດ້ຫໍ່ -ມ້ຽນສົບກັບບ້ານໃຫ້ພີ່ນ້ອງເຮັດພິທີທາງສາດສະຫນາ( ຢູ່ທີວັດດອນແດງ ນະຄອນຫລວງວຽງຈັນ )
ສ່ວນຜູ້ທີ່ໄດ້ຮັບບາດເຈັບແມ່ນໄດ້ນຳສົ່ງໄປທີ່ໂຮງຫມໍແຂວງວຽງຈັນ.

ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ:☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ.
🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານອາຫານແຫ້ງ ,ອຸປະກອນການແພດຕ່າງໆຕ່າງໆ ສາມາດຕິດຕໍ່ເຂົ້າເບີ 023 1625🚑🚑.