ທ້າວຊີວະ ອາຍຸ 32 ປີ, ຫວ່າງງານ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຄີຍຖືກສານຕັດສິນຕັດອິດສະລະພາບ ຈໍາຄຸກມາແລ້ວ 5 ປີ ຂໍ້ຫາ: ຄ້າຂາຍຢາບ້າ 170 ເມັດ ແລະ ອອກຈາກຄ້າຍຄຸມຂັງ-ດັດສ້າງ ປກສ ນວ ໃນປີ 2018 ແລະ ຜູ່ກ່ຽວໄດ້ກັບມາເຄື່ອນໄຫວຄ້າຂາຍຢາບ້າອີກ, ຄັ້ງນີ້ ຖືກເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງ ສີສັດຕະນາກ ກັກຕົວ ໄດ້ໃນວັນທີ 9 ກຸມພາ 2022 ພ້ອມຂອງກາງຢາບ້າ 339 ເມັດ.
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່, ເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ: ເຄີຍຖືກດໍາເນີນຄະດີມາແລ້ວ 1 ຄັ້ງ, ກັກຕົວຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ນວ ຂໍ້ຫາ: ຄ້າຂາຍຢາເສບຕິດ, ພາຍຫຼັງປະຕິບັດໂທດຄົບຖືກປ່ອຍຕົວໃນປີ 2018, ມາຮອດເດືອນ ກັນຍາ 2021 ໄດ້ພົວພັນຄ້າຂາຍຢາເສບຕິດອີກຄືນໃໝ່ ຊື້ນໍາຍິງຄົນໜຶ່ງ ບໍ່ຮູ້ທີ່ຢູ່ແນ່ນອນ ມີໝູ່ແນະນໍາໃຫ້
ຜ່ານມາເຄີຍຊື້ 5 ຄັ້ງ, ຄັ້ງລະ 2-3 ຖົງ ໄດ້ຢາມາແລ້ວກໍເອົາມາຂາຍໃຫ້ໄວລຸ້ນ. ຄັ້ງສຸດທ້າຍໃນວັນທີ 9 ກຸມພາ 2022, ໄດ້ຊື້ຢາບ້ານໍາຍິງຄົນດັ່ງກ່າວອີກ ຈໍານວນ 339 ເມັດ ແລ້ວນໍາມາຊຸກເຊື່ອງໄວ້ໃນເຮືອນຂອງຕົນ ຮອດເວລາ 10:30 ໂມງ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ.
ປັດຈຸບັນ ຄະດີດັ່ງກ່າວ ກອງບັນຊາການ ປກສ ເມືອງສີສັດຕະນາກ ກໍາລັງເລັ່ງຂະຫຍາຍຜົນເປີດກວ້າງຊອກນໍາຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.
