ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງສະຫວັນນະເຂດ ຈັບຕົວ 02 ສ່ຽວຊີງຊັບພົນລະເມືອງ

ໃນວັນທີ 10 ກຸມພາ 2022ນີ້ ເຈົ້າໜ້າທີ່ພະແນກຕຳຫຼວດສຶບສວນ-ສອບສວນ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສາມາດກັກຕົວພວກກໍ່ເຫດຊີງຊັບພົນລະເມືອງໄດ້ 02ຄົນ ຄື: ທ້າວ ນຸ່ນແກ້ວ ໄຊກຸສີ ອາຍຸ 32ປີ ອາຊີບກຳມະກອນ ບ້ານທົ່ງນາມີ ເມືອງ ປາກກະດິງ ແຂວງບໍລິຄຳໄຊ ແລະທ້າວ ເພັດສະໄໝ ຫຼືເຕ້ຍ ອາຍຸ 42 ປີ ອາຊີບກຳມະກອນ ບ້ານໂນນສະຫວາດນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ

ເຊິ່ງໄດ້ແຈ້ງຄວາມຈາກຜູ້ເສຍຫາຍ ວ່າ: ໃນເວລາ18ໂມງ 30ນາທີ ຂອງວັນທີ 9 ກຸມພາ2022ນີ້ ຜູ້ເສຍຫາຍໄດ້ຂີ່ລົດຈັກອອກຈາກໂຮງຮຽນມໍສໍ ໂພນສະຫວັນ ເພື່ອຈະກັບເມືອເຮືອນ ທີ່ບ້ານລັດຕະນະລັງສີໃຕ້ ໂດຍແມ່ນຂັບຂີ່ມາຕາມເສັ້ນທາງລາດສະວົງ ພໍມາຮອດວົງວຽນ ໄກ້ກັບຫ້ອງວ່າການປົກຄອງນະຄອນພົມວິຫານ ໄດ້ມີຄົນຮ້າຍ ຈໍ່ານວນ 02ຄົນ ຂັບຂີ່ລົດຈັກຮອນດ້າເວັບ100ສີຟ້າດຳ ປ້າຍທະບຽນ ຍສ 2429 ສະຫວັນນະເຂດ ທີ່ຂີ່ລົດຈັກມາຮຽງຂ້າງລົດຜູ້ເສຍຫາຍ ສ່ວນຄົນຮ້າຍຜູ້ທີ່ຂັບລົດຈັກແມ່ນໃສ່ເສື້ອແຂນຍາວສີຟ້າ, ຜູ້ນັ່ງຊ້ອນທ້າຍ ແມ່ນໃສ່ໝວກລາຍ, ເສື້ອກິລາແຂນສັ້ນສີສົ້ມ, ນຸ່ງໂສ້ງຂາສັ້ນ ໄດ້ລົງມືຈັບເອົາກະເປົ້າເງິນທີ່ວາງໄວ້ໃນກະຕ່າລົດຈັກ ແລ້ວກໍ່ຂັບຂີ່ລົດປົບໜີ ສ່ວນວ່າເງິນທີ່ຢູ່ໃນກະເປົາທີ່ຄົນຮ້າຍຊີງຊັບໄປນັ້ນ ໃນລວມມີ 10,200,000ກີບ, ໂທລະສັບຍີ່ຫໍ້ໄອໂພນ 6ເອັດຟາດສີປອນເງິນ 01ໜ່ວຍ, ໂທລະສັບຫົວເວີຍ 01ໜ່ວຍ, ບັດATM 02ບັດ ຄື: ທະນາຄານກະສິກຳແລະທະນາຄານການຄ້າຕ່າງປະເທດ ແລະບັດປະຈຳຕົວ 01ບັດ,

ພາຍຫຼັງທີ່ໄດ້ຮັບແຈ້ງຄືແນວນັ້ນທາງຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ ວິຊາສະເພາະ ສົມທົບກັບເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ລົງກວດກາ ແລະເກັບກຳຂໍ້ມູນ ຈາກຄິບວິດີໂອ ທີ່ທາງພົນລະເມືອງດີໄດ້ບັນທຶກໄວ້ ແລະສາມາດຕິດຕາມ ກັກຕົວເປົ້າໝາຍພວກກໍ່ເຫດໄດ້ 02ຄົນ ທ້າວ ນຸ່ນແກ້ວ ໄຊກຸສີ ແລະທ້າວ ເພັດສະໄໝ ຫຼື ເຕ້ຍມາທຳການສຶບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດໝາຍ ປະຈຸບັດນທາງເຈົ້າໜ້າທີ່ແມ່ນສາມາດເກັບກູ້ເຄື່ອງຄືນມາໄດ້ ໂທລະສັບໄອໂພນ 01ໜ່ວຍ, ໂທລະສັບຫົວເວີຍ01ໜ່ວຍ, ເງິນເກີບ ຈໍານວນ 3,000,000ກີບ,ບັດເອທີເອັມ 02ບັດແລະບັດປະຈໍາຕົວ 01ບັດ.

Leave a Reply

Your email address will not be published. Required fields are marked *