ໂຮງງານຜະລິດຢາເລກ 3 ບໍ່ໄດ້ຜະລິດຢາປິ່ນປົວຜູ້ຕິດຢາເສບຕິດ ຄືດັ່ງທີ່ເປັນຂ່າວຜ່ານສື່ອອນລາຍ.
ເມື່ອບໍ່ດົນມານີ້, ສື່ສັງຄົມອອນລາຍ ໄດ້ເຜີຍແຜ່ຂ່າວກ່ຽວກັບບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ສາມາດຜະລິດຢາປິ່ນປົວຜູ້ຕິດຢາເສບຕິດໄດ້ແລ້ວ ເຮັດໃຫ້ຄົນໃນສັງຄົມຈໍານວນບໍ່ໜ້ອຍ ໂດຍສະເພາະຜູ້ທີ່ມີລູກຫລານຕິດຢາເສບຕິດ ໃຫ້ຄວາມສົນໃຈຢາກໄດ້ຢາດັ່ງກ່າວໄປໃຫ້ລູກຫລານຂອງຕົນໄດ້ກິນເພື່ອປິ່ນປົວອາການ.
ດຣ. ລາຫຸນ ຈັນທະບຸດ, ຜູ້ອໍາ ນວຍການ ບໍລິສັດ ລັດວິສາ ຫະກິດ ໂຮງງານຜະລິດຢາເລກ 3 ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນ ວັນທີ 4 ກຸມພາ ວ່າ: ເປັນຂ່າວທີ່ບໍ່ມີມູນຄວາມຈິງແຕ່ຢ່າງໃດ ເພາະໄລຍະຜ່ານມາ ເຖີງວ່າການຜະລິດຢາເພື່ອປິ່ນປົວຜູ້ຕິດຢາເສບຕິດຢູ່ໃນຄວາມຄິດຂອງຄະນະຜູ້ບໍລິຫານໂຮງງານມາຕະຫລອດ ແຕ່ຍັງບໍ່ສາມາດຜະລິດຢາດັ່ງກ່າວໄດ້ເທື່ອ ເນື່ອງຈາກການປິ່ນປົວຜູ້ຕິດຢາເສບຕິດກ່ຽວພັນເຖີງລະບົບຈິດປະສາດຂອງເຂົາເຈົ້າໂດຍກົງ ເຊີ່ງຕ້ອງໄດ້ຜ່ານການຄົ້ນຄ້ວາວິໄຈຢ່າງລະອຽດທີ່ສຸດ ແລະ ເຮັດໃຫ້ຍາກ. ດັ່ງນັ້ນ, ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ໂຮງ ງານຜະລິດຢາເລກ 3 ບໍ່ເຄີຍຜະລິດຢາເພື່ອປິ່ນປົວຜູ້ຕິດຢາເສບຕິດໄດ້ແຕ່ຢ່າງໃດ ໂດຍສະເພາະຢາບ້າທີ່ຫລາຍຄົນໃນສັງຄົມໃຫ້ຄວາມສົນໃຈ ເນື່ອງຈາກຢາດັ່ງກ່າວແຜ່ຫລາຍໃນສັງຄົມປັດຈຸບັນນີ້.
ດຣ. ລາຫຸນ ຈັນທະບຸດ ໃຫ້ຮູ້ຕື່ມວ່າ: ຢາທີ່ໂຮງງານຜະລິດຢາເລກ 3 ຜະລິດໄດ້ໃນໄລຍະຜ່ານມາ ແມ່ນຢາສໍາລັບບໍາບັດຜູ້ຕິດຝິ່ນ ແຕ່ເປັນການຜະລິດຕາມການມອບໝາຍ ຫລື ຄໍາສັ່ງຂອງລັດຖະບານ ກໍຄື ອົງການສະຫະປະຊາຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ໃນເມື່ອກ່ອນ ໂດຍສະເພາະກ່ອນໜ້າປະເທດເຮົາຈະປະກາດຢຸດຕິການປູກຝິ່ນ, ເອີ້ນວ່າ: ຢາ ທີໂອ ( T.O : Teinture d’Opium) ເຊີ່ງເບື້ອງຕົ້ນໃນປີ 1994 ຜະລິດເປັນນໍ້າ, ແຕ່ຍ້ອນມີຄວາມຫຍຸ້ງຍາກໃນການເກັບຮັກສາ ແລະ ການກິນຂອງຜູ້ຕິດຝິ່ນ, ຕໍ່ມາໃນປີ 2005 ຈິ່ງຫັນມາຜະລິດເປັນເມັດແທນ.
ຢ່າງໃດກໍຕາມ ພາຍຫລັງປະເທດເຮົາປະກາດຢຸດຕິການປູກຝິ່ນໃນປີ 2006 ຈົນມາຮອດປັດຈຸບັນ ຢາ ທີໂອ ເກືອບວ່າບໍ່ໄດ້ຜະລິດເລີຍ ເພາະທັງຂັ້ນຕອນການຜະລິດ ແລະ ການປ້ອງກັນຮັກສາມີຄວາມຫຍຸ້ງຍາກ. ສິ່ງສໍາຄັນ ຢາດັ່ງກ່າວ ບໍ່ສາມາດຜະລິດເພື່ອຈໍາໜ່າຍທົ່ວໄປໄດ້, ແຕ່ເປັນການຜະລິດຕາມຄໍາສັ່ງຂອງລັດຖະ ບານ ເທົ່ານັ້ນ ແລະ ວັດຖຸດິບທີ່ນໍາໃຊ້ເຂົ້າໃນການຜະລິດຢາສໍາລັບບໍາບັດຜູ້ຕິດຝິ່ນແມ່ນຢູ່ພາຍ ໃຕ້ການຄຸ້ມຄອງຂອງພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານທັງ ໝົດ, ກ່ອນຈະນໍາອອກມາທໍາການຜະລິດເປັນຢາຕ້ອງໄດ້ຂໍອະນຸຍາດຕາມຂັ້ນຕອນຢ່າງລະອຽດ ແລະ ຖືກຕ້ອງ.
ຢ່າງໃດກໍ່ຕາມ ຢາ ທີໂອ ທີ່ນໍາໃຊ້ສໍາລັບບໍາບັດຜູ້ຕິດຝິ່ນ ບໍ່ສາມາດນຳໄປໃຊ້ເຂົ້າໃນການປິ່ນປົວຜູ້ຕິດຢາເສບຕິດທົ່ວໄປໄດ້ແຕ່ຢ່າງໃດ ໂດຍສະເພາະ: ຢາບ້າ, ຢາໄອ ແລະ ອື່ນໆ.

