ໄປຊື້ລົດແລ້ວທົດລອງຂັບພໍຖືກໃຈ ຂັບໜີໄປຫຼວງພະບາງ

ວັນທີ 6 ກຸມພາ 2022 ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ໄດ້ເຂົ້າຈັບຊາຍຜູ້ລັກລົດຈັກຄາເຮືອນຜູ້ກ່ຽວ ເຊິ່ງລົດຄັນດັ່ງກ່າວ ແມ່ນໄດ້ລັກມາແຕ່ນະຄອນຫຼວງວຽງຈັນ ໃນວັນທີ 5 ກຸມພາ 2022

.

ໂດຍຜູ້ກ່ຽວໄດ້ທຳທ່າໄປຖາມຊື້ລົດ ແລ້ວທົດລອງຂັບເບິ່ງ ພໍຂັບຖືກໃຈ ຜູ້ກ່ຽວກໍ່ໄດ້ຂັບໜີມາຫຼວງພະບາງ ແຕ່ສຸດທ້າຍຖືກເຈົ້າໜ້າທີ່ຈັບໄດ້ພ້ອມຂອງກາງ.

