ໄປຊື້ຢາສູບ ແລ້ວດຶງເອົາສາຍຄໍຄຳ ເຈົ້າຂອງຮ້ານ.
ໃນວັນທີ 5 ກຸມພາ 2022 ອົງການປົກຄອງບ້ານ ດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັບຕົວເປົ້າໝາຍຊິງຊັບພົນລະເມືອງ ( ດຶງສາຍຄໍ ) ຊື່ທ້າວ ພອນ ອາຍຸ 25 ປີອາຊີບ ກໍາມະກອນ ບ້ານເກີດ ບ້ານໜອງເເຫ້ວ ນະຄອນຫຼວງພະບາງ ເເຂວງຫຼວງພະບາງ, ປັດຈຸບັນພັກເຊົາບ້ານ ດົງໂພນແຮ່ ເມືອງຫາດຊາຍຟອງ ໄດ້ມອບໃຫ້ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງດຳເນີນຄະດີ.
ຜ່ານການສອບສວນຂອງເຈົ້າໜ້າທີ່ໃຫ້ຮູ່ວ່າ: ໃນຕອນເຊົ້າ ວັນທີ 5 ກຸມພາ 2022, ທ້າວ ພອນ ໄດ້ມາສະໝັກເຮັດວຽກເປັນກໍາມະກອນກໍ່ສ້າງຢູ່ຈຸດກໍ່ສ້າງແຫ່ງໜຶ່ງບ້ານດົງໂພນແຮ່ ເມືອງຫາດຊາຍຟອງ, ພາຍຫຼັງຜູ້ຮັບເຫມົາກໍ່ສ້າງຮັບຜູ້ກ່ຽວເຮັດແລ້ວ, ພໍຮອດເວລາ 12 ໂມງ ຂອງມື້ດຽວກັນ ທ້າວ ພອນ ໄດ້ຍ່າງໄປຊື້ຢາສູບຢູ່ຮ້ານຂາຍເຄື່ອງຂອງນາງ ແກ້ວ ຢູ່ບ້ານດົງໂພນແຮ່ ແລະ ໃນເວລາດັ່ງກ່າວທ້າວ ພອນ ໄດ້ດຶງເອົາສາຍຄໍຄໍາ ນໍ້າໝັກ 01 ບາດທີ່ ນາງ ແກ້ວ ໃສ່ຢູ່ຄໍຈົນເຮັດໃຫ້ສາຍຄໍຂາດ. ຈາກນັ້ນ ທ້າວ ພອນ ໄດ້ເອົາຕົວຫຼົບໜີ.
ນາງ ແກ້ວ ໄດ້ເເຈ້ງຕໍ່ອົງການປົກຄອງບ້ານ ດົງໂພນແຮ່, ເມື່ອໄດ້ຮັບແຈ້ງເຫດ ອົງການປົກຄອງບ້ານດົງໂພນແຮ່ ຈິ່ງໄດ້ນຳພາ ປກສ ແລະ ປກຊ ບ້ານລົງແກ້ໄຂເຫດ ແລະ ສາມາດຈັບຕົວ ທ້າວ ພອນ ໄດ້ພ້ອມຂອງກາງສາຍຄໍຄໍາ ນໍ້າໜັກ 01 ບາດ ໃນມື້ດຽວກັນ ພ້ອມນຳຕົວທ້າວ ພອນ ສົ່ງໃຫັ້ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ຫາດຊາຍຟອງ ດຳເນີນຄະດີ ແລະ ມອບສາຍຄໍຄຳຄືນເຈົ້າຂອງເດີມ.

