ໄດ້ຮັບການປິ່ນປົວມາແລ້ວ 3 ຄັ້ງ ຍັງກັບຄືນມາເສບ ແລະ ຄ້າຂາຍ
ເວລາ 10:30 ໂມງ, 2 ກຸມພາ 2022 ປກສ ກຸ່ມບໍ່ໂອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເຂົ້າກັກໂຕເປົ້າໝາຍ ທ້າວ ບຸນທະວີ ຢູ່ບ້ານກາງ ໃນຂໍ້ກ່າວຫາ ການກັບຄືນມາເສບຢາໃໝ່.
ພັທ ສຸນີ ທະວີໄຊ ຫົວໜ້າ ປກສ ກຸ່ມບໍ່ໂອ ໃຫ້ຮູ້ວ່າ: ພວກເຮົາໄດ້ເຂົ້າກັກຕົວຜູ້ກ່ຽວພ້ອມຂອງກາງຢາບ້າ 165 ເມັດ. ຜ່ານການສອບສວນ ທ້າວ ບຸນທະວີ ມີປະຫວັດພົວພັນເສບສິ່ງເສບຕິດປະເພດຢາບ້າມາແຕ່ປີ 2011 ແລະ ປີ 2012 ຄອບຄົວຜູ້ປົກຄອງເຄີຍນຳຕົວຜູ້ກ່ຽວໄປປິ່ນປົວ ແລະ ຟື້ນຟູສຸຂະພາບ ຢູ່ສູນປີ່ນປົວ ແລະ ຝຶກວິຊາຊີບ ຜູ້ຕິດຢາເສບຕິດ ນວ 2 ຄັ້ງ ແລະ ປີ 2013 ໄດ້ນຳຕົວໄປດັດສ້າງ ຢູ່ດອນສາຍນໍ້າເງີນ ເປັນເວລາ 5 ປີ, ພາຍຫຼັງໄດ້ຮັບອິດສະຫຼະພາບປ່ອຍຕົວກັບສູ່ຄອບຄົວ ປີ 2018 ທ້າວ ບຸນທະວີ ໄດ້ກັບຄືນມາເສບຢາບ້າອີກໃໝ່ ເສບມື້ລະ 4 ຫາ 5 ເມັດ,

ຕົກມາຮອດ ທ້າຍປີ 2021 ຜູ້ກ່ຽວກັບຄືນມາເສບໃໝ່ ແລະ ຄ້າຂາຍຈຳໜ່າຍ ຊື້ມາເສບ ແລະ ຂາຍ ຄັ້ງລະ 200 ເມັດ, ມາຮອດວັັນທີ 2 ກຸມພາ 2022 ຈຶ່ງຖືກເຈົ້າໜ້າທີ່ ປກສ ກຸ່ມບໍ່ໂອ ເຂົ້າຈັບຕົວພ້ອມຂອງກາງ.
ພາຍຫຼັງສືບສວນ-ສອບສວນ ໄດ້ຂໍ້ມູນເບື້ອງຕົ້ນ ປກສ ກຸ່ມບໍ່ໂອ ໄດ້ນຳສົ່ງທ້າວ ບຸນທະວີ ໃຫ້ກອງບັນຊາການ ປກສ ເມືອງຫາດຊາຍຟອງ ສືບຕໍ່ຂະຫຍາຍຜົນຄົ້ນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.
ພາບແລຂ່າວ: ປກສ ນະຄອນຫຼວງວຽງຈັນ
