ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ແຜນການ ແລະການລົງທຶນ ຜູ້ເກົ່າ ແລະ ຜູ້ໃໝ່
ໃນວັນທີ 4 ກຸມພາ 2022 ທີ່ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ທ່ານ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານຕາມທີ່ການຈັດຕັ້ງພັກ-ລັດໄດ້ມອບໝາຍໃຫ້, ໂດຍສະເພາະການຈັດຕັ້ງປະຕິບັດ ຂອບເຂດສິດ ແລະ ໜ້າທີ່ ຊຶ່ງໄດ້ກຳນົດໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 636/ນຍ, ລົງວັນທີ 26 ພະຈິກ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງແຜນການ ແລະ ການລົງທຶນ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຍິ່ງໆຂຶ້ນ.

ພິທີດັ່ງກ່າວໄດ້ຈັດຂຶ້ນ ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນຳວຽກງານ ແຜນການ ແລະ ການລົງທຶນ ໃນໄລຍະ 2 ປີກວ່າ ຊຶ່ງເປັນບາດລ້ຽວອັນສຳຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ ຄັ້ງທີ VIII ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ພາຍໃຕ້ການຊີ້ນໍາຂອງກົມການເມືອງ, ລັດຖະບານ ແລະ ການຮ່ວມແຮງຮ່ວມໃຈອັນສຳຄັນຂອງຄະນະພັກ, ຄະນະນຳ ແລະ ສະມາຊິກພັກ-ພະນັກງານທັງໝົດຂອງຂະແໜງແຜນການ ແລະ ການລົງທຶນ ພ້ອມກັນຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານທີ່ສຳຄັນ ແລະ ໃຫຍ່ຫຼວງທີ່ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນ ໄດ້ປັບປຸງ ກົງຈັກການຈັດຕັ້ງ ແລະ ພາລະບົດບາດ ຂອງກະຊວງ ແລະ ບັນດາກົມກອງພາຍໃນກະຊວງ ໃຫ້ກະທັດຮັດ ແລະ ເຄື່ອນໄຫວມີປະສິດທິພາບ, ໄດ້ປັບປຸງກົນໄກ, ວິທີການ, ນິຕິກຳ ແລະ ເຄື່ອງມືຮັບໃຊ້ວຽກງານແຜນການ ແລະ ການລົງທຶນຂອງລັດ ໃຫ້ຄົບຖ້ວນ ແລະ ສອດຄ່ອງກັບເງື່ອນໄຂ ແລະ ສະພາບການໃນໄລຍະໃໝ່,

ຄົ້ນຄວ້າວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ບົດແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວາລະດັ່ງກ່າວ, ຄົ້ນຄວ້າຈັດສັນແຜນການລົງທຶນຂອງລັດໃຫ້ມີປະສິດທິຜົນຂຶ້ນ, ຄົ້ນຄວ້າແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຫຼາຍຮູບແບບ, ປະເມີນໂຄງການລົງທຶນຂອງລັດ ກ່ອນເອົາເຂົ້າແຜນເຮັດໃຫ້ ສາມາດຕັດຮອນມູນຄ່າໂຄງການທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໄດ້ຈຳນວນຫຼາຍ, ດຶງດູດການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຫຼາຍກວ່າ 9 ຕື້ ໂດລາ ແລະ ຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ເປັນຕົ້ນ ໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ, ໂຄງການພັດທະນາ ເມືອງທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ (ເຂດນາເຕີຍ) ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ, ໂຄງການມະຫານາທີສີທັນດອນ ແລະ ໂຄງການອື່ນໆ, ຂົນຂວາຍ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ແລະ ການຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ ແລະ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງໂດຍການສ້າງ ລະບົບຖານຂໍ້ມູນ, ດຳເນີນການສຳຫຼວດເກັບກຳ, ສັງລວມ, ປຸງແຕ່ງ, ວິໄຈ, ເຜີຍແຜ່ ແລະ ການສະໜອງຂໍ້ມູນສະຖິຕິທາງການຕ່າງໆ.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ຜູ້ໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ ແລະ ກ່າວວ່າ: ຈະສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຂະແໜງ ແຜນການ ແລະ ການລົງທຶນ ຍາດມາໄດ້ໃນໄລຍະຜ່ານມາ ຢ່າງຕັ້ງໜ້າ, ເພີ່ມທະວີຮັດແໜ້ນຄວາມສາມັກຄີພາຍໃນ, ປະຕິບັດວຽກຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ປະຕິບັດຕາມການຈັດຕັ້ງຢ່າງເຂັ້ມງວດ, ສຽງສ່ວນໜ້ອຍຕ້ອງປະຕິບັດຕາມສຽງສ່ວນຫຼາຍ, ປ້ອງກັນ ແລະ ສະກັດກັ້ນວິທີເຮັດວຽກແບບອາດຍາສິດ, ຈະພ້ອມກັບບັນດາທ່ານ ຄະນະນຳກະຊວງ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງ ເພື່ອປະຕິບັດສິດ ແລະ ໜ້າທີ່ ແລະ ພາລະບົດບາດຂອງ ກະຊວງ ໃນກາຍເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນຂົງເຂດວຽກງານແຜນການ ແລະ ການລົງທຶນ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ເທື່ອລະກ້າວ.
ໃນໂອກາດດັ່ງກ່າວນີ້, ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ກະຊວງແຜນການ ແລະ ການລົງທຶນ ຍາດມາໄດ້ ໃນໄລຍະຜ່ານມາ ຊຶ່ງ ຜົນສໍາເລັດທີ່ຍາດມາໄດ້ນັ້ນ ແມ່ນຍ້ອນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງຂອງ ທ່ານ ສອນໄຊ ສີພັນດອນ ຮ່ວມກັບ ຄະນະນຳ ແລະ ພະນັກງານທັງໝົດຂອງ ກະຊວງແຜນການ ແລະ ການລົງທຶນ.

ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ ຄະນະນຳ ແລະ ພະນັກງານທັງໝົດຂອງ ກະຊວງແຜນການ ແລະ ການລົງທຶນ ກໍາແໜ້ນພາລະບົດບາດໜ້າທີ່ຂອງກະຊວງແຜນການ ແລະ ການລົງທຶນ ຊື່ງລະບຸໄວ້ໃນດຳລັດເລກທີ 636/ນຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງແຜນການ ແລະ ການລົງທຶນ ເພື່ອເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມຕ້ອງສາມາດກໍານົດທິດ ແລະ ຮູບແບບການພັດທະນາ ທີ່ຈະແຈ້ງ, ສອດຄ່ອງ, ຕົວຈິງ ແລະ ມີຈຸດສຸມ,
ປັບປຸງກົນໄກການຄົ້ນຄວ້າ ແລະ ຄຸ້ມຄອງການລົງທຶນຂອງລັດ ແລະ ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດໃຫ້ມີຄວາມຄືບໜ້າໄວ, ຍູ້ແຮງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນກໍາລັງຕົ້ນຕໍໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ຂົນຂວາຍການຊ່ວຍເຫຼືອທາງການເພື່ອການພັດທະນາ ທັງໃນກອບຫຼາຍຝ່າຍ ແລະ ສອງຝ່າຍ ຢ່າງເປັນເຈົ້າການຫຼາຍຂຶ້ນ ແລະ ສ່ອງແສງຄວາມຕ້ອງການດ້ານການພັດທະນາຂອງປະເທດໃຫ້ຫຼາຍຂຶ້ນ, ປັບປຸງລະບົບຂໍ້ມູນສະຖິຕິ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດເຂົ້າເຖິງໄດ້ຢ່າງສະດວກ ໂດຍການຜັນຂະຫຍາຍກົດໝາຍ ແລະ ຍຸດທະສາດ ທີ່ໄດ້ຮັບຮອງແລ້ວນັ້ນໃຫ້ເປັນຮູບປະທໍາ,

ວຽກງານການຄົ້ນຄວ້າຕ້ອງສຸມໃສ່ ຮັບໃຊ້ໂດຍກົງໃຫ້ແກ່ການຮ່າງ, ຈັດຕັ້ງປະຕິບັດ ແລະ ຕີລາຄາແຜນພັດທະນາ-ເສດຖະກິດສັງຄົມ ໃນແຕ່ລະໄລຍະ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນກົງຈັກ ແລະ ພະນັກງານຂອງຂະແໜງ ແຜນການ ແລະ ການລົງທຶນ ໃຫ້ຫຼຸດລົງເປັນກ້າວໆ ໂດຍສະເພາະ ເອົາໃຈໃສ່ວຽກງານການເມືອງແນວຄິດສຶກສາອົບສ້າງພະນັກງານໃຫ້ມີ ແນວຄິດຫຼັກໝັ້ນຕໍ່ການນຳພາຂອງພັກ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກໍາ-ລະບຽບການທີ່ກ່ຽວຂ້ອງໃຫ້ດີ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມີຈັນຍາບັນ ຮັກວິຊາຊີບ, ປະຕິບັດວິໄນແຜນການ ຢ່າງເຄັ່ງຄັດ, ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດ-ປະຊາຊົນເປັນຫຼັກ ໄປຄຽງຄູ່ກັບການປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນການນໍາພາ ຄຸ້ມຄອງໃຫ້ມີປະສິດທິຜົນສູງຂຶ້ນ.
ຂ່າວ-ພາບ: ກະຊວງແຜນການ ແລະ ການລົງທຶນ
