ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່)ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2022 ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີພະນັກງານຫລັກແຫລ່ງ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ທ່ານ ທອງຈັນ ໂຂງພູມຄໍາ ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະພັກ ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງແຜນການ ແລະ ການລົງທຶນ; ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານ ຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງ ທ່ານ ອາລຸນໄຊ ສູນນະລາດ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນ ຕີ.

ຈາກນັ້ນ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ໄດ້ຜ່ານບົດສະຫລຸບຫຍໍ້ ໃນການນຳພາ-ຊີ້ນຳວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນເວລາ 1 ປີກວ່າ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ, ໃນການນໍາພາ-ຊີ້ນຳວຽກງານທີ່ໄດ້ຮັບມອບໝາຍ ຂອງສະຫາຍ ຄຳເຈນ ວົງໂພສີ ແລະ ສະຫາຍ ອາລຸນໄຊ ສູນນະລາດ ເຊິ່ງໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈ ຈາກກົມການເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ, ລັດຖະບານ. ສໍາລັບຜົນງານ ກໍຄື ການນຳພາ-ຊີ້ນຳຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຜູ້ເກົ່າ) ເຫັນວ່າໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນ ເຂົ້າໃນການສ້າງ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການເປັນເສນາທິການ, ການປະສານງານ ແລະ ການບໍລິການ ໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ. ອັນທີ່ພົ້ນເດັ່ນ ແມ່ນໄດ້ນໍາພາປັບປຸງແບບແຜນວິທີເຮັດວຽກ ໃນການເປັນເສນາທິການ ຮັບໃຊ້ກອງປະຊຸມຕ່າງໆຂອງລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ, ການອອກນິຕິກຳຕ່າງໆ ລວມທັງການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດຖະບານ ໃນແຕ່ລະໄລຍະ ເພື່ອໃຫ້ຮັບປະກັນຄຸນນະພາບ, ມີປະສິດທິຜົນສູງ ແລະ ວ່ອງໄວ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ໄດ້ນັບມື້ດີຂຶ້ນ.

ນອກຈາກນັ້ນ, ຍັງເປັນໃຈກາງ ໃນການເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ໃນຄະນະນຳຕະຫລອດຮອດພະນັກງານ-ລັດຖະກອນ; ນໍາພາ-ຊີ້ນຳການກໍສ້າງພັກ-ພະນັກງານໃນວິທີການຕ່າງໆ ລວມທັງການສ້າງໃນຂະບວນການຕົວຈິງໄດ້ຫລາຍສົມຄວນ; ໄດ້ລົງເລິກຊີ້ນໍາກະກຽມກອງປະຊຸມໃຫຍ່ຄັ້ງທີ V ຢ່າງໃກ້ຊິດ ແລະ ສາມາດດຳເນີນກອງປະຊຸມໃຫຍ່ດັ່ງກ່າວ ສຳເລັດຢ່າງຈົບງາມ.
ເພື່ອສືບຕໍ່ເຮັດໃຫ້ວຽກງານຂອງ ຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ມີຜົນສຳ ເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ, ໃນນາມຕາງໜ້າກົມການເມືອງ ກໍຄື ລັດຖະບານ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະເໜີໃຫ້ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜູ້ໃໝ່ ກໍຄື ພະນັກງານ, ສະມາຊິກພັກ ແລະ ພະນັກງານຫລັກ ແຫລ່ງທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ເອົາໃຈໃສ່ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ວຽກງານກໍ່ສ້າງພັກ ເປັນຂອດຕັດສິນ, ບ່ອນໃດເຮັດວຽກງານກໍ່ສ້າງພັກໄດ້ດີ ບ່ອນນັ້ນມີຄວາມສະຫງົບ; ຕັ້ງໜ້າປັບປຸງແບບແຜນນຳພາ ຂອງອົງຄະນະພັກ ເປັນຕົ້ນ ນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍຕິດພັນກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກ, ການປ່ຽນແປງແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ການນຳພາແຫ່ງການຝຶກຝົນຫລໍ່ຫລອມຕົນເອງໃຫ້ດີຂຶ້ນ; ສືບຕໍ່ສຸມໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນ ເປັນຕົ້ນ ຍົກສູງບົດບາດ ແລະ ຄຸນນະພາບ ການກຳແໜ້ນສະພາບການ, ການຄົ້ນຄວ້າ-ສັງລວມ, ການກວດກາ-ກັ່ນກອງ, ການບັນ ນາທິການ ແລະ ການສະເໜີທັດສະນະ, ຄວາມຄິດເຫັນຊ່ວຍການນຳ ໃຫ້ຮອບດ້ານ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ ເພື່ອເຮັດໃຫ້ການພິຈາລະນາ ແລະ ຕົກລົງບັນຫາຂອງການນຳ ມີປະສິດທິພາບ, ຮັບປະກັນທັງດ້ານນິຕິກຳ ແລະ ເນື້ອໃນຢ່າງຄົບຖ້ວນ; ເອົາໃຈໃສ່ສ້າງ ແລະ ປັບປຸງໂຄງການດຳເນີນງານ, ແຜນການເຄື່ອນໄຫວວຽກງານ ຂອງລັດຖະບານ, ນາຍົກ-ບັນດາຮອງນາຍົກລັດຖະມົນຕີ ແຕ່ລະໄລຍະໃຫ້ລະອຽດ ແລະ ສອດຄ່ອງກວ່າເກົ່າ ເປັນຕົ້ນ ແມ່ນການຈັດລຽງບຸລິມະສິດ ຍຸດທະສາດ, ນິຕິກຳ, ໂຄງການຕ່າງໆ ແລະ ຫົວຂໍ້ທີ່ເປັນບັນຫາເຄັ່ງຮ້ອນ ທີ່ຕ້ອງພິຈາລະນາ ໃຫ້ຊັດເຈນ, ວ່ອງໄວ ແລະ ຮັບປະກັນຄຸນນະພາບ.

ພ້ອມກັນນັ້ນ, ກໍຊ່ວຍອຳນວຍຄວບຄຸມ, ຕິດ ຕາມການກວດກາການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນໄປໃນລວງດຽວກັນ ກັບແຜນຂອງລັດຖະບານ;ເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມລັບທາງລັດຖະການ ເປັນຕົ້ນ ຄວາມລັບໃນການເຄື່ອນໄຫວ, ຊີ້ນໍາ ແລະ ຕົກລົງ ຂອງລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ, ຄວາມລັບທາງດ້ານເອກະສານໃຫ້ໄດ້ດີກວ່າເກົ່າ.

ໃນຕອນທ້າຍ, ທ່ານ ອາລຸນໄຊ ສູນນະລາດ ກໍໄດ້ຂຶ້ນກ່າວຮັບຄຳໂອວາດ ຂອງທ່ານຮອງນາຍົກລັດຖະມົນຕີ, ພ້ອມທັງກ່າວຮັບໜ້າທີ່ ໂດຍຈະສຸມສະຕິປັນຍາ, ເຫື່ອ ແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບຄະນະນໍາ, ພະນັກ ງານທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈະປະຕິບັດຕາມທິດຊີ້ນຳ ຂອງທ່ານ ຮອງນາຍົກລັດຖະມົນຕີ ກໍຄື ທິດຊີ້ນໍາຂອງລັດຖະບານ, ພ້ອມທັງຈະປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງຂັ້ນເທິງ.

ຂ່າວ: ກົມປະຊາສຳພັນ ຫສນຍ

ພາບ: ຂັນໄຊ

Leave a Reply

Your email address will not be published. Required fields are marked *