ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 2 ກຸມພານີ້ 2022 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານການນຳ ສຊປລ ເຂົ້າຮ່ວມ.

ທ່ານ ທອງຈັນ ໂຂງພູຄຳ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍ

ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,

ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະຫາຍ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ສະມາຊິກສະພາແຫ່ງຊາດ ຮອງເລຂາຄະນະບໍລິຫານງານ ສຊປລ ໄປຮັບໜ້າທີ່ໃໝ່ທີ່ສະພາແຫ່ງຊາດ,

ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ຮອງເຈົ້າແຂວງຫຼວງພະບາງ ເປັນເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່.

ໃນພິທີດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໂອລົມເພື່ອເປັນເຂັມທິດເຍື່ອງທາງບາງຕອນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ ຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ຊຶ່ງເປັນວຽກປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກພະນັກງານ ເພື່ອປະຕິບັດຕາມທິດການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ພະນັກງານໃຫ້ ມີຂຶ້ນ ມີລົງ, ມີເຂົ້າ ມີອອກ ແລະ ການສັບປ່ຽນບ່ອນປະຈຳການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ພ້ອມທັງເປັນການຍົກລະດັບພະນັກງານການນຳຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.

ພ້ອມນັ້ນ ສະຫາຍ ບຸນທອງ ຈິດມະນີ ໄດ້ສະເໜີໃຫ້ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່, ຄະນະເລຂາທິການ, ຄະນະບໍລິຫານງານ ສຊປລ ແລະ ພະນັກງານທີ່ຮັບຜິດຊອບວຽກງານຊາວໜຸ່ມ-ເຍົາວະຊົນໃນຂອງເຂດທົ່ວປະເທດ ຈົ່ງເອົາໃຈໃສ່ບາງບັນຫາດັ່ງນີ້:
1. ສືບຕໍ່ຄົ້ນຄວ້າຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຄັ້ງທີ VIII, ການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ໃຫ້ຊັດເຈນຈຶ່ງສາມາດຮັບຮູ້ວ່າອັນໃດຄວນເສີມຂະຫຍາຍ, ອັນໃດຄວນປັບປຸງແກ້ໄຂໃນຕໍ່ໜ້າ.
2. ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີ ແລະຄວາມເປັນເອກະພາບພາຍໃນຄະນະພັກ, ຄະນະເລຂາຕໍ່ການຊີ້ນໍາ-ນໍາພາການຈັດຕັ້ງ ແລະການເຄື່ອນໄຫວຂອງຊາວໜຸ່ມ ໃຫ້ໜັກແໜ້ນກ່ວາເກົ່າ.
3. ເພີ່ມທະວີການນໍາພາວຽກງານການເມືອງ, ນໍາພາແນວຄິດແນໃສ່ຮັບປະກັນໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ໃນລະດັບທີ່ແນ່ນອນ, ຮູ້ນຳໃຊ້ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ມີຄວາມສາມາດຈັດຕັ້ງປະຕິບັດວຽກງານຢ່າງແຂງແຮງກ່ວາເກົ່າ ແລະ ແທດເໝາະກັບສະພາບການໃນປັດຈຸບັນ.

4. ເອົາໃຈໃສ່ໃນການກໍ່ສ້າງ ແລະ ພັດທະນາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ, ກາຍເປັນກຳລັງປະຈັນບານທີ່ຂະຫຍັນຂັນແຂ່ງກຽມພ້ອມຕະລຸມບອນທຸກເວລາ, ທຸກສະຖານທີ່ເມື່ອຊາດຮຽກຮ້ອງແລະ ປະຊາຊົນຕ້ອງການ.
5. ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດແຕ່ສາມາດເສີມຂະຫຍາຍບົດບາດ ແລະ ຈຸດພິເສດຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນໄລຍະໃໝ່, ສາມາດເປັນໃຈກາງໃນການເຕົ້າໂຮມກໍາລັງແຮງສັງລວມຂອງຊາວໜຸ່ມໃນທຸກສາຂາອາຊີບເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

6. ເອົາໃຈໃສ່ປັບປຸງລະບອບ, ລະບຽບ, ກົນໄກໃຫ້ສະດວກວ່ອງໄວຂຶ້ນ, ມີແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບຂຶ້ນກ່ວາເກົ່າ, ປະຕິບັດຫຼັກການລວມສູນປະຊາທິປະໄຕໃນການຄົ້ນຄວ້າ ແລະຕັດສິນບັນຫາກ່ຽວກັບທິດທາງ, ວິທີການ, ຮູບການຊີ້ນຳ-ນຳພາໃຫ້ມີປະສິດທິພາບ, ປະສິດທິຜົນແລະ ແທດເໝາະກັບສະພາບການຕົວຈິງຂອງວຽກງານຊາວໜຸ່ມໃນໄລຍະໃໝ່.
7. ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະກໍຄືວຽກງານຂະບວນການຂອງຊາວໜຸ່ມໃຫ້ມີຂະບວນການຟົດຟື້ນປະຕິວັດກວ່າເກົ່າໂດຍສະເພາະແມ່ນການປະດິດສ້າງ ແລະ ການເສີມຂະຫຍາຍກໍາລັງແຮງສັງລວມເຂົ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາ ແລະ ວຽກງານ 3 ສ້າງຂອງພັກ

8. ເພີ່ມທະວີວຽກງານຕິດຕາມ, ກວດກາໃຫ້ແທດເຖິງ, ເຂັ້ມງວດ ແລະ ສາມາດປະຕິບັດບົດບາດ, ໜ້າທີ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຕ່າງໆຢ່າງເປັນປົກກະຕິ.
9. ພ້ອມດຽວກັນກໍຮຽກຮ້ອງບັນດາອົງການຈັດຕັ້ງພາຄີ ຈົ່ງໃຫ້ການຊ່ວຍເຫຼືອ, ຮ່ວມມື ແລະ ໃຫ້ການສະໜັບສະໜູນຕໍ່ຂະບວນການຂອງຊາວໜຸ່ມ-ເຍົາວະຊົນລາວ.

(ພາບ;ຂ່າວ: ຄຳສິງ ວິໄລຄຳ)