2021 ພາສີແຂວງສະຫວັນນະເຂດເກັບລາຍຮັບໄດ້ລື່ນແຜນ 168,99 ຕື້ກີບ
ກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານພາສີປະຈຳ ປີ 2021 ພ້ອມທັງວາງຄາດ ໝາຍສູ້ຊົນໃນການເກັບລາຍຮັບ ປະຈຳປີ 2022 ຂອງຂະແໜງ ພາສີປະຈຳແຂວງສະຫວັນນະ ເຂດ ໄດ້ໄຂຂຶ້ນໃນຕອນບ່າຍຂອງ ວັນທີ 28 ມັງກອນ 2022 ທີ່ ຫ້ອງປະຊຸມຫ້ອງການດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າ ພາສີປະຈຳແຂວງສະຫວັນນະ ເຂດ, ພ້ອມນັ້ນ ກໍ່ມີບັນດາຄະນະ ພາສີປະຈຳແຂວງ, ຫົວໜ້າດ່ານ ພາສີສາກົນປະຈຳແຂວງ, ດ່ານ ປະເພນີ ແລະດ່ານທ້ອງຖິ່ນ ຕະ ຫຼອດເຖິງບັນດາຂະແໜງການ ອ້ອມຂ້າງພາສີແຂວງ ແລະພະນັກ ງານວິຊາການເຂົ້າຮ່ວມ.

ທ່ານ ສົມຈິດ ລາຊະວົງ ຮອງຫົວໜ້າພາສີປະຈຳແຂວງ ໄດ້ລາຍງານສະພາບການຈັດຕັ້ງ ປະຕິບັດວຽກງານການເກັບລາຍ ຮັບໃນຕະຫຼອດໄລຍະ 1 ປີຜ່ານມາ (2021) ເຊິ່ງໄດ້ຍົກໃຫ້ເຫັນວ່າ: ໃນປີ 2021 ພາສີປະຈຳແຂວງ ສະຫວັນນະເຂດ ໄດ້ຮັບມອບໝາຍ ຕົວເລກແຜນລາຍຮັບ ຈາກກົມພາ ສີກະຊວງການເງິນຈຳນວນ 840 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດ ຕົວຈິງໃນໄລຍະ 12 ເດືອນ, ສາມາດເກັບລາຍຮັບໄດ້ທັງໝົດ 932,11 ຕື້ກີບ, ເທົ່າກັບ 110,97% ຂອງແຜນການປີ, ທຽບໃສ່ໄລຍະ ດຽວກັບສົກປີກ່ອນເພີ່ມຂຶ້ນ 22,14% ຫຼືເທົ່າກັບ 168,99 ຕື້ກີບ,

ໃນນັ້ນໄດ້ຈາກການນຳເຂົ້າ ນ້ຳມັນເຊື້ອໄຟຈຳນວນ 457,43 ຕື້ກີບ, ກວມ 49,07%, ນ້ຳມັນ ຫຼໍ່ມື່ນ, ອາຍແກສ໌ ຈຳນວນ 23,295 ຕື້ ກີບ, ເທົ່າກັບ2,50%, ພາຫະນະເປັນຄັນ 103,79 ຕື້ ກີບ, ເທົ່າກັບ 14,03%,ພາຫະນະ ເປັນສິ້ນສ່ວນຈຳນວນ 13,74 ຕື້ກີບ, ເທົ່າກັບ 1,47%, ສິນຄ້າ ນຳເຂົ້າ ເພື່ອສົ່ງອອກຕໍ່ຈຳນວນ 96,25 ຕື້ກີບ, ເທົ່າກັບ 10,33%, ຄ່າປັບໃໝ-ຂາຍເຄື່ອງຮິບຈຳ ນວນ 1,69 ຕື້ກີບ, ເທົ່າກັບ 0,18%, ຄ່າທຳນຽມຕ່າງໆຈຳ ນວນ 128,30 ຕື້ກີບ, ເທົ່າກັບ 13,76%, ເຄື່ອງອຸປະໂພກ-ບໍລິໂພກ ແລະອື່ນໆ ຈຳນວນ 80,30 ຕື້ກີບ, ເທົ່າກັບ 8,65%.

ເຊິ່ງລາຍຮັບຕ່າງໆທີ່ກ່າວມານັ້ນ ໄດ້ຈາກ: ດ່ານສາກົນຂົວມິດຕະ ພາບ II ຈຳນວນ 741,75 ຕື້ກີບ, ໜ່ວຍງານທ່າບົກຈຳນວນ 37,42 ຕື້ກີບ, ດ່ານສາກົນແດນ ສະຫວັນຈຳນວນ 119,40 ຕື້ກີບ ແລະໜ່ວຍງານກວດກາພາສີ 33,528 ຕື້ ກີບ. ຈາກນັ້ນ ທ່ານ ສົມຈິດ ລາຊະວົງ ຍັງແຈ້ງໃຫ້ ຮູ້ຕື່ມວ່າ: ການເກັບລາຍຮັບໃນໄລ ຍະ 12 ເດືອນ ຜ່ານມາ, ໂດຍ ລວມແລ້ວແມ່ນສາມາດປະຕິບັດ ໄດ້ລື່ນແຜນການ, ແຕ່ໃນການຈັດ ຕັ້ງປະຕິບັດຕົວຈິງຍັງມີບາງ ດ່ານ, ບາງພາກສ່ວນກໍ່ບໍ່ສາມາດ ປະຕິບັດໄດ້ຕາມແຜນ ເຊິ່ງຕິດພັນ ກັບປັດໄຈຕ່າງໆຈຳນວນໜຶ່ງທັງ ໃນຕົວ ແລະນອກຕົວ. ສຳລັບ ແຜນປີ 2022 ພາສີປະຈຳແຂວງ ຈະໄດ້ສູ້ຊົນເກັບລາຍຮັບໃຫ້ໄດ້ຕ່ຳ ສຸດຈຳນວນ 950 ຕື້ກີບ, ຕາມທີ່ ກົມພາສີກະຊວງການເງິນທີ່ໄດ້ ກຳນົດໃຫ້.

ໃນກອງປະຊຸມຄັ້ງນີ້, ບັນດາ ດ່ານສາກົນ ແລະໜ່ວຍງານກວດ ກາ ກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບ ຄຳຄິດຄຳເຫັນ, ທັງນີ້ກໍ່ເພື່ອຈະໄດ້ ພ້ອມກັນປະຕິບັດໜ້າທີ່ວຽກງານ ໃນຕໍ່ໜ້າໃຫ້ໄດ້ຕາມແຜນການ ແລະ ລື່ນແຜນການທີ່ໄດ້ກຳນົດໄວ້./.