ເຫດການການປະທ້ວງຂອງກໍາມະກອນຈີນຢູ່ແຂວງຄໍາມ່ວນ

ຈາກເຫດການທີ່ມີກໍາມະກອນຊາວຈີນປະທ້ວງເພື່ອທວງເອົາເງິນເດືອນຕິດຄ້າງນໍາເຈົ້າຂອງບໍລິສັດ ທີ່ເກີດໃນຕອນເຊົ້າວັນທີ 30 ມັງກອນ 2022 ຜ່ານມາ ເຮັດໃຫ້ສັງຄົມສົນໃຈຢາກຮູ້ລາຍລະອຽດທີ່ເກີດຂຶ້ນໃນຄັ້ງນີ້.

ພັນໂທ ຄໍາຮຸ່ງ ອາລຸນສັກ, ຮອງຫົວຫນ້າກອງບັນຊາການ ປກສ ແຂວງ ຄໍາມ່ວນ ໄດ້ຊີ້ແຈງ ວ່າ: ກໍາມະກອນຊາວຈີນ ທີ່ປະທ້ວງໃນຄັ້ງນີ້ ມີທັງຫມົດ 35 ຄົນ. ສາເຫດຂອງການປະທ້ວງ ຍ້ອນບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ເຊີ່ງເຂົາເຈົ້າເຮັດວຽກນໍາ ໄດ້ຮັບເຫມົາກໍ່ສ້າງຫໍພັກກໍາມະກອນໃຫ້ ບໍລິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ຢູ່ເຂດບ້ານ ດົງໃຕ້ ເມືອງທ່າແຂກ,

ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ມາຮອດປັດຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວ. ແຕ່ບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ບໍ່ຈ່າຍເງິນເດືອນໃຫ້ກໍາມະກອນດັ່ງກ່າວ ຈໍານວນ 2 ເດືອນ ຄື: ເດືອນພະຈິກ ແລະ ເດືອນທັນວາ 2021 ຜ່ານມາ ເຮັດໃຫ້ກໍາມະກອນຮວມຕົວກັນປະທ້ວງເພື່ອໃຫ້ບໍລິສັດດັ່ງກ່າວຈ່າຍເງິນເດືອນທີ່ຕິດຄ້າງຢູ່,

ລວມເຖີງຄ່າເດີນ ທາງກັບປະເທດ ທີ່ຕ້ອງໃຊ້ເງິນຫລາຍກວ່າ 5,000 ຢວນຕໍ່ຄົນ ແຕ່ບໍລິສັດ ຊີອານ ອຸດສາຫະກໍາ ບໍ່ສາມາດຈ່າຍໄດ້ຕາມການຮຽກຮ້ອງຕ້ອງການຂອງກໍາມະກອນດັ່ງກ່າວ.

ເຮັດໃຫ້ ກໍາມະກອນທັງ 35 ຄົນ ໄດ້ປະທ້ວງ ພ້ອມທັງໄດ້ເອົາຮົ້ວເຫລັກມາກັ້ນຕໍ່ຫນ້າ ບໍລິສັດ. ຕໍ່ເຫດການທີ່ເກີດຂຶ້ນ ເຮັດໃຫ້ເຈົ້າຫນ້າກ່ຽວຂ້ອງທີ່ຮັກສາຄວາມສະຫງົບປອດໄພຢູ່ບໍລິສັດດັ່ງກ່າວເຂົ້າໄປຫ້າມ ແລະ ກ່າວເຕືອນ

ແຕ່ກໍາມະກອນທີ່ປະທ້ວງບໍ່ຟັງ ພ້ອມທັງພະຍາຍາມຍາດເອົາປືນນໍາເຈົ້າຫນ້າທີ່ ເຮັດໃຫ້ເຈົ້າຫນ້າທີ່ດັ່ງກ່າວຍິງປືນເພື່ອນາບຂູ່ຫລາຍກວ່າ 20 ລູກ ຈິ່ງເຮັດໃຫ້ເຂົາເຈົ້າຢຸດເຊົາການປະທ້ວງ.

ຮອງຫົວຫນ້າກອງບັນຊາການ ປກສ ແຂວງຄໍາມ່ວນ ກ່າວຢໍ້າວ່າ: ເຫດການທີ່ເກີດຂຶ້ນປະມານ 10 ກວ່ານາທີກໍຢຸດຕິລົງ ແລະ ບໍ່ມີຜູ້ໃດໄດ້ຮັບບາດເຈັບ.

ສ່ວນຕົ້ນເຫດບໍ່ໄດ້ເກີດຈາກ ບໍລິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ແຕ່ເປັນຍ້ອນ ບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ຕິດຄ້າງເງິນເດືອນ ແລະ ເງິນຄ່າເດີນທາງກັບບ້ານຕາມທີ່ໄດ້ຕົກລົງກັບກໍາມະກອນຂອງຕົນ.

ປັດຈຸບັນ ສະພາບການແມ່ນມີຄວາມສະຫງົບແລ້ວ ແລະ ອົງການປົກຄອງທີ່ກ່ຽວຂ້ອງມອບໃຫ້ບໍລິສັດດັ່ງກ່າວຮີບຮ້ອນໄກ່ເກ່ຍ ຫລື ແກ້ໄຂບັນຫາທີ່ເກີດຂຶ້ນຮ່ວມກັບກໍາມະກອນຂອງຕົນໃຫ້ສໍາເລັດໂດຍໄວ.

ຂໍ້ມູນ ວິທະຍຸຊາວໜຸ່ມ

Leave a Reply

Your email address will not be published. Required fields are marked *