ໄຟໄໝ້ສະໜາມຂີ້ເຫຍື້ອຫລັກ 32 ສະຫງົບລົງສູ່ສະພາບປົກກະຕິ.
ເຫດການໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມກໍາຈັດຂີ້ເຫຍື້ອຫລັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ສະຫງົບລົງກັບສູ່ສະພາບປົກກະຕິ ພາຍຫລັງ ທີ່ໜ່ວຍງານກ່ຽວຂ້ອງໄດ້ລະດົມກໍາລັງເຈົ້າໜ້າທີ່ມອດໄຟ, ລົດສີດນໍ້າ ແລະ ກົນຈັກໜັກຈໍານວນຫລາຍ ເຂົ້າສະກັດກັ້ນໄຟບໍ່ໃຫ້ລຸກລາມແກ່ຍາວໄປຫລາຍວັນ. ຂະນະທີ່ບັນຫາໝອກຄວັນຈາກໄຟໄໝ້ຄັ້ງນີ້ ກໍໄດ້ຈາງຫາຍໄປ ແລະ ສະພາບອາກາດກໍກັບມາເປັນປົກກະຕິເຊັ່ນກັນ.

ບັນຫາດັ່ງກ່າວ ໄດ້ຮັບການຊີ້ແຈງໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງ ການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫລວງວຽງຈັນ (ຄບຕ), ພ້ອມດ້ວຍຜູ້ຕາງໜ້າ ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ແລະ ອົງການປົກຄອງເມືອງໄຊທານີ ໃນວັນທີ 1 ກຸມພາ 2022 ຢູ່ສະຖານີວິທະຍຸ-ໂທ ລະພາບ ນະຄອນຫລວງວຽງຈັນ ໂດຍ ທ່ານ ບຸນຈັນ ແກ້ວສີທໍາມະ ກ່າວວ່າ: ເຫດການໄຟໄໝ້ດັ່ງກ່າວ ເກີດຂຶ້ນເວລາປະມານ 12:00 ໂມງ ວັນທີ 29 ມັງກອນ 2022, ເຊິ່ງສະໜາມຂີ້ເຫຍື້ອດັ່ງກ່າວ ມີເນື້ອທີ່ ກວ້າງປະມານ 48 ເຮັກຕາ. ໃນນີ້ ເນື້ອທີ່ຖືກໄຟໄໝ້ກວມເອົາປະມານ 70% ຂອງເນື້ອທີ່ທັງໝົດ, ເຊິ່ງສາເຫດອາດເກີດຈາກປະກາຍໄຟຂອງ ແກ້ສ ຢູນີເທນ ເຊິ່ງເປັນອາຍແກ້ສທໍາມະຊາດ ທີ່ເກີດຈາກການສະສົມຂອງເສດຂີ້ເຫຍື້ອເປັນເວ ລາດົນ.

ຈາກນັ້ນ, ຂະແໜງການຮັບຜິດຊອບສະໜາມຂີ້ເຫຍື້ອ ໄດ້ສົມທົບກັບພາກສ່ວນດັບເພີງນະຄອນຫລວງ ເພື່ອນໍາໃຊ້ລົດສີດນໍ້າຫລາຍຄັນມາສີດນໍ້າດັບໄຟ, ພ້ອມທັງນໍາໃຊ້ລົດດ້າມ, ລົດຈົກ ຈໍານວນໜຶ່ງ ຂົນດິນມາຖົມບໍລິເວນຖືກໄຟໄໝ້ ແລະ ມາຮອດວັນທີ 1 ກຸມພາ 2022 ຖືວ່າການແກ້ໄຂສະພາບໄຟໄໝ້ຢູ່ສະໜາມຂີ້ເຫຍື້ອຄັ້ງນີ້ແມ່ນສໍາເລັດ ແລະ ສະຫງົບລົງເປັນປົກກະຕິແລ້ວ. ສ່ວນຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຕ່າງໆແມ່ນບໍ່ມີ ແລະ ນີ້ເປັນເຫດການໄຟໄໝ້ ສະໜາມກໍາຈັດຂີ້ເຫຍື້ອຄັ້ງທີ 2, ເຊິ່ງຄັ້ງທໍາອິດໄໝ້ໃນປີ 2018 ໂດຍໃຊ້ເວລາຫລາຍ 10 ວັນ ຈຶ່ງສາມາດສະກັດກັ້ນໄຟໄວ້ໄດ້.
ໂອກາດດຽວກັນ, ທ່ານ ແອງພອນ ແພງສຸກັນ ຮອງຫົວໜ້າພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:

ພາຍຫລັງມີສະພາບໝອກຄວັນ ປົກຄຸມເປັນບໍລິເວນກວ້າງຢູ່ຫລາຍພື້ນທີ່ໃນນະຄອນຫລວງວຽງຈັນ ທີ່ເກີດຈາກເຫດໄຟໄໝ້ຄັ້ງນີ້, ໃນວັນທີ 30-31 ມັງກອນ 2022 ໜ່ວຍງານກ່ຽວຂ້ອງດ້ານສິ່ງແວດ ລ້ອມ ໄດ້ລົງຕິດຕາມສະພາບໝອກຄວັນຢ່າງໃກ້ຊິດ, ພ້ອມທັງໄດ້ຕິດຕັ້ງເຄື່ອງວັດແທກຄຸນນະພາບອາກາດ ແລະ ເກັບກໍາພາບຖ່າຍມູມສູງ ໂດຍໄດ້ຕິດຕັ້ງເຄື່ອງວັດແທກຄວາມເຂັ້ມຂຸ້ນຂອງ ລະອອງຝຸ່ນໃນອາກາດ ຢູ່ 3 ຈຸດຄື:

ຈຸດທີ 1 ຢູ່ບ້ານຜາສຸກ (ບໍລິເວນສະໜາມຂີ້ເຫຍື້ອ) ເຫັນວ່າຄວາມເຂັ້ມຂຸ້ນຂອງລະອອງຝຸ່ນນ້ອຍກວ່າ 2,5 (PM 2,5) ມີຄ່າຕໍ່າສຸດລະດັບ 8,3 ແລະ ສູງສຸດ 1.488 ໄມຄຣອນ ແລະ ຄ່າສະເລ່ຍໃນ 24 ຊົ່ວໂມງຢູ່ໃນລະດັບ 101 ໄມຄຣອນ;

ຈຸດທີ 2 ຕິດຕັ້ງເຄື່ອງກວດຢູ່ບ້ານປາກຊາບເກົ່າ ເຫັນວ່າຄວາມເຂັ້ມຂຸ້ນຂອງລະອອງຝຸ່ນ PM 2,5 ຕໍ່າສຸດລະດັບ 80 ແລະ ສູງສຸດ 110 ໄມຄຣອນ. ນອກນີ້ໃນຈຸດດັ່ງກ່າວຍັງມີ ປະລິມານຄ່າຄວາມເຂັ້ມຂຸ້ນຂອງ ແກ້ສຊັນເຟີໄດອອກຊາຍ ແມ່ນ 0,15 ppm ຕໍ່ຊົ່ວໂມງ, ເຊິ່ງເຫັນວ່າສູງກວ່າມາດຕະຖານສິ່ງແວດລ້ອມກໍານົດໄວ້ລະດັບ 0,13 ppm ຕໍ່ຊົ່ວໂມງ. ນອກນີ້ ຍັງພົບປະລິມານ ແກ້ສຄາບອນໂມນອກໄຊ ມີຄວາມເຂັ້ມຂຸ້ນລະດັບ 6 ppm ຕໍ່ຊົ່ວໂມງ, ເຊິ່ງຕໍ່າກວ່າມາດຕະຖານສິ່ງແວດລ້ອມກໍານົດໄວ້ໃນລະດັບ 30 ppm ຕໍ່ຊົ່ວໂມງ ແລະ

ຈຸດທີ 3 ໄດ້ຕິດຕັ້ງເຄື່ອງກວດຢູ່ ບ້ານໂນນສະອາດ ເຫັນວ່າຄວາມເຂັ້ມຂຸ້ນ ຂອງລະອອງຝຸ່ນຕໍ່າສຸດແມ່ນ 16 ແລະ ສູງສຸດແມ່ນ 121 ໄມຄຣອນ ແລະ ຄ່າສະເລ່ຍ 24 ຊົ່ວໂມງ ແມ່ນ 46 ໄມຄຣອນ. ເຊິ່ງໝອກຄວັນດັ່ງກ່າວ ອາດສົ່ງຜົນກະທົບຕໍ່ສຸຂະພາບໂດຍລວມຂອງປະຊາຊົນເລັກໜ້ອຍ ໂດຍສະເພາະຜູ້ມີພະຍາດລະບົບຫາຍໃຈ, ຜູ້ເຖົ້າ ແລະ ເດັກນ້ອຍ.

ແນວໃດກໍຕາມ, ນັບແຕ່ວັນທີ 1 ກຸມພາ 2022 ສະພາບໄຟໄໝ້ຄັ້ງນີ້ ໄດ້ສະຫງົບລົງ ແລະ ບັນຫາໝອກຄວັນແມ່ນຈາງຫາຍໄປຫລາຍ, ເຮັດໃຫ້ສະພາບອາກາດໃນຫລາຍພື້ນທີ່ ກໍມີຄວາມປອດໂປ່ງເປັນປົກກະຕິແລ້ວ. ຂະນະອົງການປົກຄອງເມືອງໄຊທານີ ຢືນຢັນວ່າ ຍັງບໍ່ໄດ້ຮັບລາຍງານວ່າມີປະຊາຊົນ ໄດ້ຮັບຜົນກະທົບທາງດ້ານສຸຂະພາບ ຫລື ຜົນເສຍຫາຍດ້ານອື່ນໆຈາກໄຟໄໝ້ຄັ້ງນີ້.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
