ດິນເຈື່ອນທັບປາກອຸມົງ ມີຄົນຕິດຢູ່ພາຍໃນ 2 ຄົນ ເຂດຢູ່ບໍ່ຂຸດຄົ້ນແຮ່ເກົ່າ ຂອງໂຄງການບໍ່ຄຳ-ທອງ ເຊໂປນ.

ໃນຕອນເຊົ້າຂອງ ວັນທີ 1 ກຸມພາ 2022 ໄດ້ມີປະຊາຊົນ ລັກລອບເຂົ້າໄປຂຸດຄົ້ນເອົາຫີນຂຽວ ( ແຮ່ທອງ ມາລາໄຄ ) ຢູ່ບໍ່ຂຸດຄົ້ນເກົ່າ ຂອງໂຄງການບໍ່ຄຳ-ທອງ ເຊໂປນ ແລະ ໄດ້ມີດິນເຈື່ອນທັບປາກອຸມົງ.

ດິນເຈື່ອນຄັ້ງນີ້ ເຮັດໃຫ້ມີຄົນຕິດຢູ່ພາຍໃນອຸມົງ 2 ຄົນ, ເມື່ອໄດ້ຮັບແຈ້ງຂ່າວແລ້ວ ທາງໂຄງການກໍໄດ້ນຳໃຊ້ລົດຈົກ ເພື່ອຈົກເອົາດິນທີ່ເຈື່ອນທັບປິດອຸມົງ ແລະ ສາມາດຊ່ວຍເຫຼືອເອົາປະຊາຊົນ ທັງ 2 ຄົນ ອອກມາໄດ້ຢ່າງປອດໄພ.

ຂໍເຕືອນວ່າ: ຜູ້ທີ່ລັກລອບເຂົ້າໄປຂຸດຄົ້ນເອົາແຮ່ທາດຂອງໂຄງການໃດໜຶ່ງ ແມ່ນມີຄວາມຜິດທາງກົດໝາຍ ແລະ ມີຄວາມອັນຕະລາຍ ສ່ຽງຕໍ່ການສູນເສຍຊີວິດໄດ້ ຍ້ອນການເກີດອຸບັດຕິເຫດ)

ທີ່ມາ: ຂ່າວສານພະລັງງານ ແລະ ບໍ່ແຮ່

Leave a Reply

Your email address will not be published. Required fields are marked *