ໃນວັນທີ 31 ມັງກອນ 2022 ເວລາ 17:11ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີອຸບັດຕິເຫດລົດຕູ້ຄອນເທັນເນີ+ລົດເຄນ ຢູ່ດອຍນ້ຳເລັ່ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 01ຄົນ:

ຜູ້ເສຍຊີວິດ:ທ້າວ ສົມບັດ ອາຍຸ40ປີ.(ສັນຊາດລາວ)ຢູ່ບ້ານ ພິມົນສິນ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.

ຜູ້ເສຍຊີວິດແມ່ນມີບາດແຜ ຫົວແຕກ,ຄໍຫັກ,ບ່າເບື້ອງຊ້າຍຫັກປິດ,ຂໍ້ແຂນຂວາຫັກເປີດ,ຂໍ້ແຂນຊ້າຍຫັກເປີດ,ແອວຫັກ,ຫົວເຂົ່າຊ້າຍຫັກເປີດ,ຂາເບື້ອງຂວາຫັກປິດ,ຕາມຕົນຕົວມີຮອຍທະເລີ້ນ.

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປທີ່ໂຮງໝໍແຂວງບໍ່ແກ້ວຈາກນັ້ນສົ່ງຕໍ່ໃຫ້ຍາດພີ່ນ້ອງເພື່ອທຳພິທີທາງສາສະໜາ.

ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ..

ອຸບັດຕິເຫດ-ເຈັບ-ປ່ວຍສຸກເສີນໂທແຈ້ງ: ☎️084 1625 ☎️ ຕະຫລອດ24ຊົ່ວໂມງ.
🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 084 1625
