ກ່ອນອື່ນ ມູນນິທິ ອະນຸລັກສັດປ່າ ຕ້ອງຂໍສະແດງຄວາມຂອບໃຈມາຍັງທຸກທ່ານສຳລັບຄວາມອົດທົນ ຕະຫຼອດ 72 ຊົ່ວໂມງທີ່ຜ່ານມາເພື່ອລໍຖ້າການອັບເດດກ່ຽວກັບລີງນ້ອຍ ແລະ ຄ່າງນ້ອຍສອງໂຕທີ່ທາງທີມງານຂອງພວກເຮົາໄດ້ກູ້ໄພມາໃໝ່. ພວກເຮົາຕ້ອງຂໍອະໄພໃນການອັບເດດລ່າຊ້າ ອັນເນື່ອງຈາກການກູ້ໄພສັດປ່າແຕ່ລະຄັ້ງແມ່ນພວກເຮົາໄດ້ເນັ້ນໃສ່ສະຫວັດດີການສັດປ່າ ດັ່ງນັ້ນ, ຈຶ່ງເຮັດໃຫ້ພວກເຮົາບໍ່ມີເວລາມາຕອບຂໍ້ຄວາມຈຳນວນຫຼວງຫຼາຍທີ່ໄດ້ຖາມເຂົ້າມາໃນໂຊເຊຍມີເດຍຂອງພວກເຮົາ. ແຕ່ຢ່າງໃດກໍຕາມ, ພວກເຮົາຂໍໃຫ້ທ່ານກະລຸນາອ່ານໂພສຂ້າງລຸ່ມນີ້ທັງໝົດກ່ອນ ເພື່ອທ່ານຈະໄດ້ເຂົ້າໃຈເຖິງສະຖານະການຢ່າງເຕັມສ່ວນ.

ອັນທີສອງ, ຂໍແຈ້ງໃຫ້ທຸກຄົນຊາບວ່າລີງນ້ອຍສອງໂຕນີ້ມີສຸຂະພາບແຂງແຮງດີ. ພວກມັນທັງສອງປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໄດ້ຢ່າງໄວວາ, ກິນອາຫານດີ ແລະ ມີຄວາມສຸກກັບການຢອກເຢີ້ຍ.
ສຸດທ້າຍນີ້, ມູນນິທິ ຂໍຕອບຂໍ້ກັງວົນໃຈຂອງທຸກຄົນທີ່ໄດ້ຂຽນຢູ່ໃນຂໍ້ຄວາມ ຫຼື ຄອມເມັ້ນດັ່ງນີ້:
ທາງມູນນິທິ ເຂົ້າໃຈດີວ່າຜູ້ດູແລສັດທັງສອງໂຕນີ້ມັກຮັກພວກມັນຫຼາຍຕະຫຼອດຈົນເຖິງ FC ຫຼາຍທ່ານທີ່ຕິດຕາມພວກມັນໃນໂຊເຊຍມີເດຍ. ການເຮັດໃຫ້ຄົນມີຄວາມໂສກເສົ້າບໍ່ແມ່ນພາລະກິດຂອງພວກເຮົາ ແຕ່ພວກເຮົາກໍ່ເຊື່ອໝັ້ນວ່າສັດປ່າຄວນໄດ້ຮັບຄວາມເປັນອິດສະຫຼະໃນການດຳລົງຊີວິດຢູ່ໃນສະພາບການທີ່ພວກມັນສາມາດປະພຶດຕົນໄດ້ຢ່າງເປັນທຳມະຊາດທີ່ສຸດ. ໃນກໍລະນີຂອງສັດສອງໂຕນີ້, ພວກມັນຢູ່ໃນສະພາບແວດລ້ອມທີ່ຂ້ອນຂ້າງເປັນທຳມະຊາດ ແລະ ຢູ່ຮ່ວມກັບສະມາຊິກໃນສາຍພັນດຽວກັນ.

ທາງມູນນິທິ ວ່າພວກທ່ານຫຼາຍຄົນເຊື່ອວ່າພວກເຮົາຈະປ່ອຍສັດສອງໂຕນີ້ກັບຄືນສູ່ປ່າ ໂດຍບໍ່ກັງວົນເຖິງຊີວິດຄວາມເປັນຢູ່ຂອງພວກມັນ. ພວກເຮົາຕ້ອງການໃຫ້ມີຄວາມຊັດເຈນວ່າສັດປ່າທຸກໂຕທີ່ເຂົ້າມາໃນໂປຣແກຼມຂອງພວກເຮົາຕ້ອງເປັນໄປຕາມເງື່ອນໄຂທີ່ກຳນົດໄວ້ກ່ອນ ພວກເຮົາຈຶ່ງສາມາດຮັບປະກັນໄດ້ວ່າພວກມັນມີຊີວິດຢູ່ລອດໃນທຳມະຊາດ. ປັດຈຸບັນນີ້ພວກເຮົາກໍ່ມີສັດສາຍພັນດຽວກັນກັບສັດສອງໂຕນີ້ຢູ່ໃນສູນ ເຊິ່ງພວກມັນບໍ່ໄດ້ເປັນໄປຕາມເງື່ອໄຂທີ່ກຳນົດໄວ້ໃນການປ່ອຍຄືນສູ່ປ່າ ສະນັ້ນ, ພວກມັນຈຶ່ງໄດ້ຢູ່ໃນສູນມູນນິທິ ອະນຸລັກ ສັດປ່າ ລາວ ນີ້ຕະຫຼອດຊີວິດ ແລະ ກໍ່ຈະໄດ້ກາຍເປັນຄອບຄົວດຽວກັນກັບລີງນ້ອຍທັງສອງໂຕນີ້. ສັດທຸກໂຕຂອງພວກເຮົາ ລວມທັງລີງນ້ອຍສອງໂຕນີ້ ໄດ້ຮັບການດູແລຈາກສັດຕະວະແພດລະດັບໂລກ, ສັດທຸກໂຕມີຊີວິດທີ່ດີຢູ່ຮ່ວມກັບສາຍພັນສັດດຽວກັນ ແລະ ພ້ອມທັງໄດ້ກິນອາຫານພິເສດອີກດ້ວຍ.

ທາງມູນນິທິ ຢາກໃຫ້ທຸກຄົນເຂົ້າໃຈວ່າເຖິງແມ່ນວ່າລີງນ້ອຍສອງໂຕນີ້ຈະເປັນຕາໜ້າຮັກຫຼາຍກໍ່ຕາມ ແຕ່ເມື່ອເວລາພວກມັນເຕີບໂຕໃຫຍ່ ພວກມັນອາດເປັນອັນຕະລາຍແກ່ທ່ານໄດ້. ເຖິງແມ່ນວ່າຈະລ້ຽງມາກັບມື ສັດປ່າກໍ່ອາດທຳຮ້າຍ ຫຼື ກັດເຈົ້າຂອງໆຕົນເອງ ຫຼື ຄົນພາຍໃນຄອບຄົວ ເພາະພວກມັນແມ່ນສັດປ່າ. ເມື່ອມີບັນຫາແບບນີ້ເກີດຂຶ້ນ, ປົກກະຕິສັດຈະຖືກກັກໄວ້ໃນກົງ ຫຼື ຄອກທີ່ບໍ່ມີຄວາມເປັນອິດສະຫຼະໃນການແລ່ນຫຼິ້ນຢູ່ອ້ອມເຮືອນອີກຕໍ່ໄປ ແລະ ຈະບໍ່ໄດ້ຮັບການເບິ່ງແຍງ ຫຼື ສຳຜັດກັບຄົນຄືແບບເກົ່າ ເຊິ່ງໝາຍຄວາມວ່າຄຸນນະພາບຊີວິດຂອງພວກມັນຈະຫຼຸດລົງຢ່າງຫຼວງຫຼາຍ.
ທາງມູນນິທິ ຫວັງວ່າທ່ານຈະເຂົ້າໃຈເຖິງສະພາບການ ແລະ ເຖິງແມ່ນວ່າມັນຈະເປັນເລື່ອງເສົ້າສຳລັບຄົນ ແຕ່ມັນກໍ່ເປັນສິ່ງທີ່ດີທີ່ສຸດສຳລັບສັດ ເພື່ອໃຫ້ສັດພວກມັນມີຊີວິດທີ່ມີສຸຂະພາບດີຢ່າງຍາວນານໄປພ້ອມໆກັບສາຍພັນສັດດຽວກັນໃນທຳມະຊາດ.
ທາງມູນນິທິ ຍິນດີຈະຕອບທຸກຄຳຖາມທີ່ກ່ຽວຂ້ອງທີ່ທ່ານມີ ແຕ່ກະລຸນາຢ່າສົ່ງຂໍ້ຄວາມ ຫຼື ຄອມເມັ້ນທີ່ບໍ່ຈຳເປັນເຂົ້າມາຕື່ມໃນອິນບັອກຂອງພວກເຮົາ ເພາະມັນອາດເຮັດໃຫ້ພວກເຮົາເບິ່ງບໍ່ເຫັນຂໍ້ຄວາມສຳຄັນຈາກປະຊາຊົນຜູ້ທີ່ແຈ້ງລາຍງານຫາພວກເຮົາກ່ຽວກັບສັດປ່າທີ່ຕ້ອງການຄວາມ ຊ່ວຍເຫຼືອ.
ທາງມູນນິທິ ຈະສືບຕໍ່ໂພສ໌ອັບເດດໃໝ່ໃນສອງສາມອາທິດຕໍ່ໜ້ານີ້ ດັ່ງນັ້ນ, ຢ່າລືມຕິດຕາມເພຈ໌ຂອງພວກເຮົາ ເພື່ອຈະໄດ້ເບິ່ງວຽກທີ່ພວກເຮົາເຮັດ ແລະ ອັບເດດກ່ຽວກັບລີງນ້ອຍສອງໂຕນີ້.
ທີ່ມາ : ມູນນິທິ ອະນຸລັດສັດປ່າແຫ່ງປະເທດລາວ