ເຈົ້າຫນ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຈັບຕົວ ແມ່ຄ້າຂາຍຢາ ຂີ້ຄຳຫມາກ ໂດຍມີລູກຄ້າ ລຸ້ນຫລານ-ເຫລັນ ເປັນຂາປະຈຳ.

ໃນວັນທີ 24 ມັງກອນ 2022 ປກສ ເມືອງໄຊເສດຖາ ຈັບຕົວແມ່ຕູ້ພວງ ອາຍຸ 67 ປີ, ບ້ານຄຳສະຫວາດ ພ້ອມຢາບ້າ 80 ເມັດ. ໃນນີ້ ມີຜູ້ມົ້ວສຸມ ລຸ້ນຫລານ-ເຫລັນ ທີ່ເປັນຂາປະຈຳຂອງແມ່ຕູ້ ພວງ ຈຳນວນ 5 ຄົນ.

ການແກ້ໄຂບັນຫາດັ່ງກ່າວ ຕໍ່ກັບຜູ້ເສບ ແມ່ນສຶກສາອົບຮົມ ແລະ ມອບໃຫ້ອຳນາດການປົກຄອງບ້ານ ສືບຕໍ່ສຶກສາອົບຮົມຕໍ່ໄປ; ສຳລັບແມ່ຕູ້ຈະຕ້ອງດຳເນີນຄະດີຂໍ້ກ່າວຫາຄ້າຂາຍ ຢາເສບຕິດ, ແຕ່ອາດຈະຂັດກັບກົດຫມາຍ ເພາະອາຍຸປູນນີ້ເກີນການຈອງຈຳຄຸກ.