ວັນທີ 26 ມັງກອນ ນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງບໍ່ແກ້ວ ມ້າງລາຍຄະດີຢາເສບຕິດລາຍໃຫຍ່ຢູ່ເຂດເທດສະບານເມືອງຫ້ວຍຊາຍ, ກັກຜູ້ຖືກຫາ 4 ຄົນ ຢາເສບຕິດລວມ ກວ່າ 4 ໂຕນ.

ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ເວລາ 17:30 ໂມງ ສາມາດ
ກັກຕົວຜູ້ຖືກຫາໄດ້ 4 ຄົນ ຊື່ທ້າວ ໄຊບໍທໍ່ ອາຍຸ 34 ປີ, ທ້າວ ມົວວາ ອາຍຸ 25 ປີ ທັງສອງ ບ້ານກິ່ວລົມ ເມືອງ ປາກທາ ແຂວງບໍ່ແກ້ວ,

ທ້າວ ລົງວີ ອາຍຸ 26 ປີ, ນາງ ຈຶເຮີ ອາຍຸ 29 ປີ, ທັງສອງບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ວັດຖຸເຄື່ອງຂອງກາງລົດໃຫຍ່ 4 ຄົນ, ໂທລະສັບ 5 ໜ່ວຍ, ປືນສັ້ນ 1 ກະບອກ. ຢາບ້າ 18.240 ມັດ ເທົ່າກັບ 36.480.000 ເມັດ, ໜັກ 3,648 ກິໂລກຣາມ, ຢາໄອສ໌ 590 ກິໂລກຣາມ ແລະ ເຮໂລອິນ 2 ແຫ່ງ.

.

ປັດຈຸບັນປກສ ແຂວງ ພວມສືບຕໍ່ ສືບສວນຫາທີ່
ມາຂອງຢາເສບຕິດ.
