ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ພະແນກຕຳຫຼວດ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສາມາດກັກຕົວ ທ້າວ ໂກມິນ ຫຼື ນ້ອຍ ອາຍຸ 16 ປີ, ພັກເຊົາຢູ່ບ້ານ ໂຊກນ້ອຍ ເມືອງໄຊເສດຖາ ພ້ອມຂອງກາງປະເພດສາຍໄຟ ຈຳນວນ 54 ກິໂລກຼາມ ແລະ ເຄື່ອງມືອື່ນໆ ທີ່ໃຊ້ກໍ່ເຫດລັກຊັບ ໄປດຳເນີນຄະດີໃນວັນທີ 26 ຕຸລາ 2021 ກ່ອນຂະຫຍາຍຜົນຫາພັກພວກຮ່ວມ ຂະບວນການໄດ້ອີກ 5 ຄົນ.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕໍາ ຫຼວດ ເປີດເຜີຍໃຫ້ຮູ້ໃນວັນທີ 18 ມັງກອນ 2022 ວາ່: ຕໍ່ກັບຄະດີດັ່ງກ່າວ, ຜ່ານການສອບສວນ ທ້າວ ເຫຼັກກອງ ອາຍຸ 40 ປີ ຢູ່ບ້ານໄຊສົມບູນ ເມືອງໄຊ ທານີ ໃຫ້ການຮັບສາລະພາບວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ ເດືອນຕຸລາ 2021 ໄດ້ຮ່ວມກັບ ທ້າວ ກາຍ, ທ້າວ ສົມຍົດ, ທ້າວ ໂກມິນ, ທ້າວ ແຈັກ ແລະ ທ້າວ ຍາວ ເຄື່ອນໄຫວກໍ່ເຫດລັກຊັບພົນລະເມືອງ ຈຳນວນ 9 ຄັ້ງ ຄື:

-ລັກສາຍໄຟຢູ່ໂຮງງານໜາມໝາກຈັບ ຢູ່ບ້ານນາ ລ້ອມ ເມືອງໄຊທານີ

-ລັກໂປ້ມນໍ້າຢູ່ສວນກ້ວຍຈີນ ຢູ່ບ້ານປາກກວາງ • ລັກສາຍໄຟຢູ່ຟາມເປັດ ບ້ານປາກກວາງ

-ລັກສາຍໄຟຢູ່ໂຮງງານປາຣາຊະຕິກ ບ້ານປາກກວາງ ຈຳ ນວນ 3 ຄັ້ງ

-ລັກສາຍໄຟຢູ່ໂຮງງານເລັກ ບ້ານນາໄຊ ເມືອງທ່າ ພະບາດ ຈຳນວນ 2 ຄັ້ງ

-ລັກສາຍໄຟຢູ່ໂຮງງານເຟີນີເຈີ ບ້ານປາກງື່ມ ໄດ້ເຄື່ອງ ປະເພດສາຍໄຟທັງໝົດ 194 ກິໂລກຼາມ ແລະ ໂປ້ມນໍ້າ 1 ອັນ

ເຊິ່ງຮູບການທີ່ພວກກ່ຽວໄປລັກໃນແຕ່ລະຄັ້ງ ແມ່ນນໍາໃຊ້ລົດຮຸ່ນໄດ ໝາຍເລກທະບຽນ ກກ 3315 ວຽງຈັນ ແລະ ພາຍຫຼັງທີ່ລັກໄດ້ແລ້ວກໍນຳໄປ ຂາຍໃຫ້ ທ້າວ ລາຍວັນຫງຽນ ຫຼື ໄຊ ອາຍຸ 55 ປີ ຄົນສັນຊາດຫວຽດນາມ ທີ່ຮັບຊື້-ຂາຍເຫຼັກເສດຢູ່ ໂນນທອງ ເມືອງໄຊທານີ ໃນລາຄາ 50,000 ກີບຕໍ່ ກິໂລກຼາມ ໄດ້ເງິນທັງໝົດ 10.300.000 ກີບ ແລະ ເມື່ອໄດ້ເງິນແລ້ວກໍແບ່ງກັນໃຊ້ຈ່າຍຟຸມເຟືອຍ ແລະ ບາງຄົນກໍນຳໄປເຕີມຢຸສເຊີເກມຈົນໝົດ.

ທ້າວ ເຫຼັກກອງ ຍັງສາລະພາບ ຕື່ມອີກວ່າ: ໃນ ປີ 2014 ໄດ້ເລີ່ມ ເ ສ ບ ຢ າ ບ້ າເປັນຕົ້ນມາ. ຈາກນັ້ນ, ພໍຮອດເດືອນມີນາ 2021 ໄດ້ຮູ້ຈັກກັບ ທ້າວ ລີຢອງ ອາຍຸ 27 ປີ ບ້ານນາສາລາ ເມືອງໄຊທານີ ຈຶ່ງໄດ້ ພົວພັນຕິດຕໍ່ຊື້-ຂາຍ ຢ າ ບ້ າ ນຳກັນ ເຊິ່ງຊື້ຄັ້ງລະ 200 400 ເມັດ.

ນອກນັ້ນ, ໄລຍະຜ່ານມາ ຜູ້ກ່ຽວຍັງເຄີຍ ຖືກ ສານປະຊາຊົນເຂດ II ຕັດສິນມາແລ້ວ 1 ຄັ້ງ ໃນສະຖານການລັກຊັບພົນລະເມືອງ ຖືກສານ ຕັດສິນ 6 ເດືອນ ແລະ ໃນເວລາເຈົ້າໜ້າທີ່ເຂົ້າ ຈັ ບ ຕົວໄປດຳເນີນຄະດີ ຍັງພົບຂອງກາງ ຢ າ ບ້ າ ຈຳນວນ 426 ເມັດ ຢູ່ຖົງໂສ້ງຂອງຜູ້ກ່ຽວ.

ທ້າວ ສົມຍົດ ອາຍຸ 29 ປີ ຢູ່ບ້ານດອນໄຮ່ ເມືອງປາກງື່ມ ສາລະພາບວ່າ: ໄດ້ເຄື່ອນໄຫວ ລັ ກ ຊັບ ພົນລະເມືອງຢູ່ຕາມຖະໜົນຫົນທາງ ແລະ ບັນດາ ໂຮງງານຢູ່ຂອບເຂດເມືອງໄຊທານີ ມາແຕ່ປີ 2020 ຈຳນວນຫຼາຍຄັ້ງ ແລະ ພໍມາຮອດເດືອນກັນຍາ 2020 ຈຶ່ງໄດ້ຮູ້ຈັກກັບ ທ້າວ ເຫຼັກກອງ ຢູ່ຮ້ານຮັບ ຊື້-ຂາຍເຫຼັກເສດຂອງ ທ້າວ ລາຍວັນຫງຽນ;

ຈາກ ນັ້ນ, ພວກກ່ຽວຈຶ່ງໄດ້ພາກັນກໍ່ເຫດລັກຊັບປະເພດ ສາຍໄຟ, ໝໍ້ແບ່ງ ແລະ ເຫຼັກເສັ້ນ ຢູ່ຕາມໂຮງຈັກ ໂຮງງານ, ສ່ວນເຄື່ອງທີ່ພວກກ່ຽວ ລັ ກ ມາໄດ້ມີ ສາຍໄຟ-ທອງ ຈຳນວນ 483 ກິໂລກຼາມ ແລະ ເຫຼັກ ເສັ້ນຈຳນວນໜຶ່ງ ເມື່ອລັກໄດ້ແລ້ວກໍນຳໄປຂາຍໃຫ້ ທ້າວ ລາຍວັນຫງຽນ ໃນລາຄາ 65.000 ກີບຕໍ່ກິໂລ ກຼາມ ໄດ້ເງິນຈາກການຂາຍສາຍໄຟ-ທອງທັງໝົດ 30.800.000 ກີບ ແລະ ຂາຍເຫຼັກເສັ້ນໄດ້ 12.000.000 ກີບ.

ທີ່ມາ: ເພຈຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *