ເຈົ້າໜ້າທີ່ ປກສ ເມທອງປາກງຶ່ມ ແຈ້ງໃຫ້ຮູ້ວ່າ ເວລາ 3:40 ໂມງ ຂອງວັນທີ 25 ມັງກອນ 2022 ປກສ ເມືອງປາກງື່ມ ນວ ໄດ້ຮັບແຈ້ງຄວາມຈາກເຈົ້າຂອງຮ້ານແປງລົດ ວ່າ: ມີຄົນມາລັກເອົາລົດຮຸນໄດ ສີຟ້າ ເລກທະບຽນ ກກ 2162 ວຽງຈັນ ທີ່ນໍາມາສ້ອມແປງຢູ່ຮ້ານຂອງຕົນ.

ພາຍຫຼັງຮັບແຈ້ງຄວາມ ເຈົ້າໜ້າທີ່ໄດ້ເລັ່ງສືບຄົ້ນຫາ ເປົ້າໝາຍກໍ່ເຫດ ມາຮອດເວລາ 7:00 ໂມງ ຂອງວັນດຽວກັນ ສາມາດກັກຕົວຜູ້ລັກໄດ້ ຊື່: ທ້າວ ແກ້ວພູວັນ ກໍາມະກອນ ຢູ່ບ້ານໂນນສູງ ເມືອງປາກງື່ມ ນວ, ພ້ອມຂອງກາງລົດຄັນດັ່ງກ່າວ ມາດໍາເນີນຄະດີ.

ຜ່ານການສອບສວນ ຖືກຫາສາລະພາບວ່າ: ກ່ອນລົງມືລັກລົດ ໄດ້ເສບຢາ 2 ເມັດ, ເຮັດໃຫ້ມີຄວາມກ້າ ຈຶ່ງໄດ້ເຂົ້າໄປຂັບຂີ່ເອົາລົດ ທີ່ຈອດໄວ້ຮ້ານສ້ອມແປງ ແລ້ວຂັບຂີ່ໜີໄປ, ພໍຂັບຂີ່ມາຮອດບ້ານທາງໂຄ້ງ ເມືອງປາກງື່ມ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ ມາດຳເນີນຄະດີຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *