ອິງຕາມສື່ສັງຄົມອອນລາຍ ທີ່ໄດ້ແຊຣກ່ຽວກັບພາບຖ່າຍກ່ຽວກັບຮູບພາບຢູ່ພາຍໃນຖ້ຳຜາຫຼວງ ເມືອງເຟືອງແຂວງວຽງຈັນ ເປັນຈຳນວນຫຼວງຫຼາຍ ແລະສ້າງຄວາມສົນໃຈໃຫ້ແກ່ຫຼາຍໆຄົນໃນໄລຍະຜ່ານມາ

.

.

.

ສະນັ້ນ, ມາໃນວັນທີ 25 ມັງກອນ 2022 ຄະນະກຳມະການຂັ້ນເມືອງ ນຳພາໂດຍ ທ່ານ ທະວີສັກ ວົງສະຫວ່າງ ຮອງເຈົ້າເມືອງໆເຟືອງ, ມີກຸ່ມບ້ານ ແລະອົງການປົກຄອງບ້ານໂນນຫີນແຮ່ ໄດ້ພ້ອມກັນລົງສຳຫຼວດ ເບິ່ງຖຳ້ຜາຫຼວງ ບ້ານໂນນຫີນແຮ່ ເຊິ່ງສື່ສັງຄົມອອນລາຍໄດ້ເຜີຍແຜ່ ໂຄສະນາ ເປັນການຄົ້ນຄົນພົບແຫຼ່ງ ທ່ອງທ່ຽວແຫ່ງໃໝ່ນັ້ນ, ຜ່ານການລົງກວດກາ ສະຖານທີ່ຕົວຈິງ ເຫັນວ່າ:

.

ຖ້ຳດັ່ງກ່າວ ຢູ່ຫ່າງຈາກບ້ານປະມານ 2 ກິໄລແມັດ ເຊິ່ງເປັນເຂດສຳປະທານຂຸດຄົ້ນຂີ້ເຈຍ ຂອງ ທ່ານ ກິນນອນ ນັນທະປັນຍາ ຢູ່ຜາຫຼວງ ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ

.

ຈຸດທີ່ລົງສຳຫຼວດເກັບກຳຂໍ້ມູນຕົວຈິງ ແມ່ນກາຍຈາກຂອບເຂດ ຈຸດຂຸດຄົ້ນຂີ້ເຈຍ ຫ່າງອອກໄປ ປະມານ 80 ແມັດ ຢູ່ໃນຖຳ້ດຽວກັນ, ຄວາມກ້ວາງຂອງຖ້ຳປະມານ 25 ແມັດ, ຍາວປະມານ 60 ແມັດ, ອາກາດຢູ່ພາຍໃນຖ້ຳ ມີຄວາມເຢັນ ແລະຊຸ່ມຊື່ນດີ, ມີທາດພະລຶກແຄນຊຽມ ເປັນສີ ຂາວປົນເຫຼືອງ ມີລັກສະນະເປັນໜໍ່ໃຫຍ່ ນ້ອຍ ສະຫຼັບ ຊັບຊ້ອນ,

.

ດ້ານຂ້າງກໍ່ມີທາດພະລຶກແຄນຊຽມ ຍ້ອຍ ຢັ່ງ ຢາຍ ເປັນຢູ່ຈຸດໆ ແຍກຈາກຖ້ຳດັ່ງກ່ວາມີຮູຖ້ຳ ແລະເປັນອ່າງນ້ຳ ກ້ວາງປະມານ 6 ແມັດ ບໍ່ມີວັດຖຸບູຮານໃດໆຢູ່ໃນຖຳ້ດັ່ງກ່າວ ສ່ວນພະທີ່ພົບເຫັນ 1 ອົງ ແມ່ນເຈົ້າຂອງຜູ່ສຳປະທານຂຸດຄົ້ນຂີ້ເຈຍ ໄດ້ບູຊານຳວັດບ້ານໂນນຫີນແຮ່ ນຳໄປໄວ້ຖ້ຳດັ່ງກ່າວ ແຕ່ປີ 2015 ເປັນຕົ້ນມາ.

.
ສະນັ້ນຄະນະກຳມະການໄດ້ຕົກລົງເອກະພາບເຮັດບົດບັນທຶກ ມອບໃຫ້ອົງການປົກຄອງບ້ານໂນນຫີນແຮ່ ແລະຜູ້ສຳປະທານຂຸດຄົ້ນຂີ້ເຈຍ ຄຸ້ມຄອງ ປົກປັກ ຮັກສາ ໂດຍບໍ່ອະນຸຍາດໃຫ້ພາກສ່ວນໃດໆເຂົ້າໄປຫຼີ້ນໃນຖ້ຳຢ່າງເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ທັງນີ້ກໍ່ເພຶ່ອເປັນການປົກປັກ ຮັກສາ ແລະອະນຸລັກທຳມະຊາດໄວ້ໃຫ້ຍືນຍົງ ຈົນກ່ວາຈະໄດ້ຮັບການພັດທະນາເປັນສະຖານທີ່ທ່ອງທ່ຽວໃນອານາຄົດ.
ຂໍ້ມູນຈາກ ຖະແຫຼງຂ່າວເມືອງເຟືອງຂ່າວ: ຖະແຫຼງຂ່າວເມືອງເຟືອງ
ຊົມພາບເພີ່ມ

.

.

.



























