ລາຍງານຈາກ ປກສ ເມືອງສອງຄອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ.

ເວລາ10 ໂມງ 35 ນາທີ ວັນທີ 25 ມັງກອນ 2022 ມີ
ລົດຕູ້ໂດຍສານ 15 ບ່ອນນັ່ງ ຕຳກັບລົດຈັກເສຍຊິວິດຄ່າທີ່ເປັນເພດຊາຍໜື່ງຄົນ .

ຈຸດເກີດເຫດແມ່ນຂອບເຂດບ້ານ ມະໄລທອງ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ.

ຂໍໃຫ້ທຸກຄົນທີ່ໃຊ້ພາຫະນະຕາມທ້ອງຖະໜົນຫລວງ ຄ່ອຍໄປຄ່ອຍມາ ແລະ ປະຕິບັດ ກົດລະບຽບ ຈະລາຈອນຢ່າງເຂັ້ມງວດ.ການໄປມາໃຫ້ມີຄວາມລະມັດລະວັງ.ເກີດແລ້ວຈະເສຍທັງຊິວິດ ແລະ ຊັບສິນຂອງທ່ານ.

Leave a Reply

Your email address will not be published. Required fields are marked *