ອຸບັດຕິເຫດລົດຕູ້ສຸກເສິນຕຳກັບລົດຈັກເສຍຊີວິດ 2 ລາຍເພດຍີງ

ແຂວງ ສະຫວັນນະເຂດ ວັນທີ 25/01/2022 ເວລາ 14:00ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດ ວ່າມີອຸບັດຕິເຫດ ລົດຕູ້ສຸກເສິນຕຳກັບລົດຈັກ ທີ່ເຂດເສັ້ນທາງເລກທີ13ໃຕ້, ບ້ານ ນາຊາຍ, ເມືອງ ອຸທຸມພອນ, ແຂວງ ສະຫວັນນະເຂດ

.

ໃນຈຸດເກີດເຫດ ມີຜູ້ເສຍຊີວິດຄາທີ່ 1 ລາຍ ເພດຍີງ ອາຍຸ 25 ປີ ແລະ ເສຍຊີວິດຍູ່ໂຮງຫມໍ ເພດຍີງ ອາຍຸ 14 ປີ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ວີນຍານຜູ້ເສຍຊີວິດທີ່ສູ່ພົບພູມທີ່ດີ

ໝາຍເຫດ : ບໍ່ແມ່ນລົດກູ້ໄພ, ເປັນລົດສູເສີນຂອງເອກະຊົນ

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ,ທສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ, ສາຍຕົງ : 020 28285454 . ຮັບໃຊ້ຕະຫຼອດ 24 ຊົ່ວໂມງ :

ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue1629

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການປະກອບຊຸກຍູ້ຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ : -ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ, – ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ- ອຸປະກອນການແພດຕ່າງໆ – ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ -ນ້ຳມັນລົດອອກເຫດ

ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ ສະຖານທີ່ : ບ້ານ ຫົວເມືອງເໜືອ ( ຮ່ອມກົງສູນໄທ ), ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ. ຕິດຕໍ່ສອບຖາມ: 020 28285454

Leave a Reply

Your email address will not be published. Required fields are marked *