25 ມັງກອນ 2022 ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ລັດຖະບານ ສປ ຈີນ ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ມອບວັກຊີນກັນພະຍາດໂຄວິດ-19 ຈຳນວນ 2 ລ້ານ ໂດສ ພ້ອມດ້ວຍ ເຂັມຢາ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບ ວັກຊິນ ດັ່ງກ່າວ ຮ່ວມກັບ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດລາວ-ຈີນ ເຂົ້າຮ່ວມ.

ສປ ຈີນ ໄດ້ສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 2 ລ້ານ ໂດສ ພ້ອມດ້ວຍເຂັມສັກຢາມາຊ່ວຍ ສປປ ລາວ ໃນຄັ້ງນີ້, ໃນນັ້ນ 5 ແສນໂດສ ແມ່ນແຂວງຢູນນານເປັນຜູ້ສະໜອງໃຫ້ແກ່ບັນດາແຂວງພາກເໜືອຂອງລາວ
ມາຮອດປະຈຸບັນ ສປ ຈີນ ໄດ້ຊ່ວຍເຫຼືອດ້ານວັກຊິນ ໃຫ້ແກ່ ສປປ ລາວ ລວມທັງຫມົດ 8,9 ລ້ານ ໂດສ.

Leave a Reply

Your email address will not be published. Required fields are marked *