ລາຍງານ 1625 ແຂວງຫຼວງພະບາງໃຫ້ຮູ້ວ່າ: ໃນວັນທີ 25.ມັງກອນ.2022 ເວລາ 06:42ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 0711625 ວ່າມີຄົນເສຍຊີວິດຢູ່ເສັ້ນທາງບ້ານໂພນສະອາດ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຊາຍ01ຄົນ

ຊື່: ທ້າວເພັດ ອາຍຸ27ປີ ສັນຊາດລາວ ບ້ານຢູ່ປັດຈຸບັນບ້ານພູຊ້າງຄຳ ນະຄອນຫລວງພະບາງ ແຂວງຫລວງພະບາງ ຜ່ານການກວດສອບພົບວ່າຜູ້ເສຍຊີວິດມີຮອຍຖືກລູກປືນຍິງຢູ່ຂ້າງນົມເບື້ອງຊ້າຍ.
ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ສັນນະສູດສົບ, ເກັບຫຼັກຖານ ແລະ ຈະສືບຫາຄາດຕະກອນ ຕໍ່ໄປ.

ດັ່ງນັ້ນທີມງານກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ…🙏

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625. ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

.

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ 🚑050110001513810001🚑 ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑🚑🚑ຕິດຕໍ່ເຂົ້າເບີ 0309211625

.
