ໃນວັນທີ 18/11/2021 ຜ່ານ ມານີ້, ທາງເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ-ຕ້ າ ນ ຢ າ ເ ສ ບ ຕິ ດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ກັກຕົວເປົ້າໝາຍຄ້າຂາຍ ຢ າ ເ ສ ບ ຕິ ດ ຊື່ທ້າວ ລາດີ້ໂຮມ, ອາ ຍຸ 33 ປີ ອາຊີບຫວ່າງງານບ້ານ ຫົວເມືອງເໜືອ ນະຄອນໄກສອນ ພົມວິຫານ, ຈຸດກັກຕົວເຮືອນຜູ້ ກ່ຽວ ພ້ອມ ຂ ອ ງ ກ າ ງ ຢ ຈຳ ນວນ 2 ມັດ, ກັບ 3 ຖົງ, ລວມ ຂອງ ກ າ ງ ຢ ທັງໜົດ 4.509 ເ ມັ ດ ແລະ ປື ນ A k ຈຳນວນ 01 ກະບອກພ້ອມ ລູ ກ ປື ນ ຈຳ ນວນ 2 ລູ ກ, ພາຫະນະລົດຈັກຍີ່ຫໍ້ຢາມາ ຮ້າຟີໂນ້ສີຟ້າ 1 ຄັນ, ປ້າຍທະບຽນ ສະຫວັນນະເຂດ ຈສ 4684, ໂທ ລະສັບຍີ່ຫໍ້ວີໂວ້ສີດຳຈຳນວນ 1 ໜ່ວຍ.

ຜ່ານການສືບສວນ-ສອບ ສວນທ້າວ ລາດີ້ໂຮມ ໄດ້ຮັບສາ ລະພາບວ່າ: ຢ ຈຳນວນດັ່ງ ກ່າວແມ່ນໄດ້ຊີ້ນຳທ້າວໜູຄູນ (ເສືອ) ອາຍຸ 35 ປີ, ອາຊີບຫວ່າງ ງານບ້ານໂພໄຊ ນະຄອນ ໄກສອນ ພົມວິຫານ, ມາໃນຄັ້ງວັນທີ 22/ 12/2021, ເວລາ 15 ໂມງ, ທາງ ເຈົ້າໜ້າທີ່ວິຊາສະເພາະແມ່ນໄດ້ ກັກຕົວທ້າວ ໜູຄູນ (ເສືອ) ໄດ້ຢູ່ ເຮືອນຜູ້ກ່ຽວ ແຕ່ບໍ່ມີຂອງກາງ, ມີພາຫະນະລົດຈັກຍີ່ຫໍ້ຮອນດ້າ ເວບສີດຳ 1 ຄັນ, ໂທລະສັບຊຳ ຊຸງ 1 ໜ່ວຍ, ຊຶ່ງຜູ້ກ່ຽວໄດ້ຮັບສາ ລະພາບວ່າ: ຢ ຂອງຜູ້ກ່ຽວ ແມ່ນເອົາມາສົ່ງໃຫ້ທ້າວ ລາດີ້ ໂຮມ ເຊິ່ງໄດ້ຮັບມາຈາກທ້າວ ສີ ປະເສີດ (ເຕີ້) ອາຍຸ 25 ປີ ອາຊີບ ຫວ່າງງານບ້ານສະໜາມໄຊນະ ຄອນໄກສອນ ພົມວິຫານ ໂດຍຜູ້ ກ່ຽວແມ່ນໄດ້ເອົາຕົວຫຼົ ບ ໜີ ແລະ ມາໃນຄັ້ງວັນທີ 12/1/2022, ເວ ລາ 14 ໂມງໄດ້ ກັ ກ ຕົວ ເປົ້າໝາຍ ຄ້າ-ຂ າຍ ຢ ໄດ້ຕື່ມອີກຊື່ທ້າວ ສຸລິພົນ (ເທ້) ອາຍຸ 23 ປີ, ອາຊີບ ຫວ່າງງານ, ບ້ານລາດຊະວົງໄຊ ນະຄອນໄກສອນ ພົມວິຫານ ຜູ້ ກ່ຽວແມ່ນພັກເຊົ່າຢູ່ບ້າຍໄຊຍະ ມຸງຄຸນ ນະຄອນໄກສອນ ພົມວິ ຫານ ພ້ອມຂອງ ກ າ ງ ຢ 1 ມັ ດ, ກັບ 10 ເ ມັ ດ, ໂທລະສັບ ອັອບໂປ້ສີຂຽວ 1 ໜ່ວຍ, ໄດ້ຮັບສາລະພາບວ່າ: ຢ ຈຳນວນ ດັ່ງກ່າວແມ່ນຊື້ນຳທ້າວຈ່ອຍອາ ຍຸ 22 ປີ ອາຊີບຫວ່າງງານບ້ານ ສຸນັນທາ ນະຄອນໄກສອນ ພົມວິຫານ. ປະຈຸບັນ ຜູ້ກ່ຽວເອົາຕົວ ຫຼົ ບ ໜີໃນການ ຈັ ບ ກຸ ມຂອງເຈົ້າໜ້າທີ່, ໂດຍທາງເຈົ້າໜ້າທີ່ແມ່ນຈະໄດ້ ສືບຕໍ່ນຳຕົວຜູ້ກ່ຽວມາດຳເນີນ ຄະດີຕາມລະບຽບກົດໜາຍບ້ານ ເມືອງຕໍ່ໄປ.
