ຕອນເຊົ້າ ວັນທີ 5/1/2022 ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1 ສົມທົບກັບອຳນາດການປົກຄອງບ້ານດຸງ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ແລະ ເຈົ້າໜ້າທີ່ ເມືອງໄຊເສດຖາ ໄດ້ລົງກວດກາສະພາບໝໍ້ນັບໄຟ ຂອງບໍລິສັດ ແຫ່ງນຶ່ງ.

ເຊິ່ງໝໍ້ນັບໄຟທັງສອງໜ່ວຍແມ່ນຕິດຕັ້ງຢູ່ໃນຕູ້ເຫລັກຕິດກັບເສົາ ພາຍໃນຮົ້ວຂອງບໍລິສັດດັ່ງກ່າວ

ຜ່ານການກວດກາແມ່ນ ມີການດັດປັບໝໍ້ນັບໄຟ ເຮັດໃຫ້ໝໍ້ນັບໄຟທັງສອງໜ່ວຍບໍ່ສາມາດນັບຈຳນວນພະລັງງານໄດ້.

ຕໍ່ກັບເຫດການດັ່ງກ່າວ ຟຟລ ຈະໄດ້ດຳເນີນຕາມລະບຽບ ແລະ ກົດໜາຍບ້ານເມືອງ ເພາະເປັນການລັກຊັບສົມບັດຂອງລັດ ມີຄວາມຜິດທາງແພ່ງ ແລະ ອາຍາ.

.

.

.
