ອີງຕາມຂ່າວ ຄົມ-ຊັດ -ລຶກ ຂອງໄທ ວັນທີ 18 ມັງກອນ 2022 ນີ້ວ່າ: ຄະນະລັດຖະມົນຕີໄດ້ມີການປະຊຸມປຶກສາຫາລື ວາງແຜນສ້າງທາງລົດໄຟຄວາມໄວສູງເຊື່ອມຈອດກັບເສັ້ນທາງລົດໄຟລາວ-ຈີນ ໃຫ້ເປັນ ລົດໄຟ ລະຫວ່າງ 3 ປະເທດ ໄທ-ລາວ-ຈີນ ຢ່າງມີປະສິດທິພາບ.

ເບື້ອງຕົ້ນໄດ້ມີການກຳນົດການກໍ່ສ້າງອອກເປັນ 2 ໄລຍະຄື: ໄລຍະທີ1 ແຕ່ກຸງເທບ-ນະຄອນຣາຊະສີມາ ພວມກໍ່ສ້າງ ເຊິ່ງຄາດໃຫ້ສຳເລັດປີ2026.

ໄລຍະທີ2 ແຕ່ນະຄອນຣາຊະສີມາ-ໜອງຄາຍ ພວມຢູ່ໃນະລະຫວ່າງການວາງແຜນນະໂຍບາຍດ້ານຊັບພະຍາກອນ ແລະ ສິ່ງແວດລ້ອມພ້ອມທັງປະເມີນຜົນການກະທົບສິ່ງແວດລ້ອມ ເຊິ່ງຄາດວ່າໃຫ້ສຳເລັດໃນປີ 2028

ສຳລັບວຽງງານການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ຈະສ້າງຫ່າງຈາກຂົວເກົ່າປະມານ 30 ແມັດ, ເພື່ອຮອງຮັບລາງລົດໄຟມາດຕະຖານ 1 ແມັດ ເຊິ່ງຢູ່ໃນຂັ້ນຕອນການເຈລະຈາລາວ-ໄທ ໃນການຮ່ວມທຶນ ແລະ ຄ່າໃຊ້ຈ່າຍໃນການກໍ່ສ້າງ.
