ວັນທີ15 ມັງກອນ 2022 ເວລາ 23:00 ໂມງ ພະນັກງານບໍລິສັດຮັກສາຄວາມປອດໄພສະຖານີລົດໄຟລາວ-ຈີນ ຈຸດບ້ານ ດົງໂພສີ ສາມາດຈັບຕົວຄົນຮ້າຍໄດ້ 1 ຄົນ ຊື່ທ້າວ ວັງ ອາຍຸ 25 ປີ, ກໍາມະກອນ ພັກເຊົາຢ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຜູ້ກ່ຽວກຳລັງຈະເຂົ້າໄປລັກຕັດສາຍໄຟຟ້າ.

.

ຈາກການຂະຫຍາຍຜົນສາມາດຈັບໄດ້ ທ້າວ ມີ ອາຍຸ 38 ປີ, ບ້ານນໍ້າລິດ ເມືອງ ປາກລາຍ ແຂວງ ໄຊຍະບູລີ; ທ້າວ ມາເລ (ໄມ) ອາຍຸ 29 ປີ, ບ້ານປຸງທາງ ເມືອງຊໍາໃຕ້ ແຂວງຫົວພັນ; ທ້າວ ສີງ ອາຍຸ 28 ປີ, ຢູ່ບ້ານເມືອງວັນ ເມືອງແອດ ແຂວງຫົວພັນ ແລະ ທ້າວ ພຸດທະສັກ (ຕອຍ) ອາຍຸ 31 ປີ ຢູ່ບ້ານທ່ານາແລ້ງ ທັງຫມົດກຳມະກອນພັກເຊົາຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ.

.

ເຊິ່ງພວກກ່ຽວເປັນກຳມະກອນກໍ່ສັ້າງຢູ່ໃນສະຖານີລົດໄຟດັ່ງກ່າວພາຍຫລັງກໍ່ສ້າງໄດ້ສຳເລັດແລ້ວຈືຶ່ງພາກັນເຂົ້າໄປລັກຕັດສາຍໄຟຟ້າແຮງສູງເພື່ອປອກເອົາທອງຢູ່ສະຖານີລົດໄຟລາວ-ຈີນ ຈຸດບ້ານດົງໂພສີ ຈຳນວນ 9 ຄັ້ງແລ້ວນຳໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດເປັນກິໂລ, ເມື່ອໄດ້ເງິນມາກໍເອົາໄປຊື້ຢາບ້າມາເສບ ແລະ ຫຼິ້ນເກມຫມົດ.
