ໃນວັນທີ 17 ມັງກອນ 2022 ເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ມ້າງຄະດີຍັກຍອກຊັບ, ສໍ້ໂກງຊັບ ແລະ ຊຸກເຊື່ອງຄ້າຂາຍຊັບຜິດກົດ ໝາຍ ( ລົດໃຫຍ່ ) ຈັບຜູ້ຖືກຫາໄດ້ 1 ຄົນ ເບື້ອງຕົ້ນກວດພົບລົດໃຫຍ່ຖືກຍັກຍອກ 40 ຄັນ.

ປກສ ຫາດຊາຍຟອງ ເປີດເຜີຍວ່າ: ທ້າວ ວົງກົດ ອາຍຸ 29 ປີ ພະນັກງານຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແຈ້ງວ່າຖືກ ທ້າວ ທົງໄຊ ( ເບີດ ) ອາຍຸ 35 ປີ ຄ້າຂາຍຢູ່ບ້ານທ່ານາ ເມືອງຫາດຊາຍຟອງ ຍັກຍອກລົດໃຫຍ່ໂຕໂຢຕ້າ ຟໍຈູນເນີ້,

ທ້າວ ທົງໄຊ ( ເບີດ ) ອາຍຸ 35 ປີ ຄ້າຂາຍຢູ່ບ້ານທ່ານາ ເມືອງຫາດຊາຍຟອງ

ຕົກມາຮອດ ໃນວັນທີ 18 ທັນວາ 2021 ໄດ້ນຳຕົວຜູ້ກໍ່ເຫດມາສອບສວນ ແລະ ສາລະພາບວ່າ ໄດ້ໃຊ້ຮູບການຜ່ານທາງສື່ອອນລາຍ ຮັບເຊົ່າ ແລະ ຮັບຊວດຈຳລົດໃຫຍ່ໂດຍໃຫ້ຄ່າເຊົ່າລາຄາສູງ.

ເມື່ອໄດ້ລົດມາກໍໄດ້ນຳໄປຂາຍຕໍ່ໂດຍໄດ້ເຄື່ອນໄຫວຮ່ວມກັບໝູ່ 2 ຄົນທີ່ ຄື: ທ້າວ ລໍາເລີ ອາຍຸ 32 ປີ ຄ້າຂາຍຢູ່ບ້ານແກ້ວກຸ່ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ນາງ ຈັນໄດ ອາຍຸ 31 ປີ ຢູ່ບ້ານທາງໂຄ້ງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ( ທັງສອງແມ່ນ ຜົວເມຍກັນ). ປັດຈຸບັນຍັງຫລົບຫນີ.

ທ້າວ ລໍາເລີ ອາຍຸ 32 ປີ ຄ້າຂາຍຢູ່ບ້ານແກ້ວກຸ່ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ນາງ ຈັນໄດ ອາຍຸ 31 ປີ ຢູ່ບ້ານທາງໂຄ້ງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

.

ຕໍ່ຄະດີດັ່ງດ່າວມີຜູ້ເສຍຫາຍເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ ແລ້ວຈຳນວນ 21 ຄົນ, ຜົນເສຍຫາຍເປັນປະເພດລົດໃຫຍ່ຈຳນວນ 40 ຄັນ, ເຈົ້າໜ້າທີ່ສາມາດເກັບກູ້ມາໄດ້ແລ້ວ ຈຳນວນ 23 ຄັນ.

.

Leave a Reply

Your email address will not be published. Required fields are marked *