ຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອອກແຈ້ງການເຖິງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ,ນະຄອນຫຼວງວຽງຈັນ ໃນນຂອບເຂດ ທົ່ວປະເທດ ເລື່ອງກວດກາຄືນ ຍຶດເພງ, ຂັບ-ລໍາ ທີ່ບໍ່ໄດ້ກວດຜ່ານ ແລະ ອະນຸຍາດ ຈາກຂະແໜງ ຖວທ.

ໃນວັນທີ 14 ມັງກອນ 2022 ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍຖືເປັນກຽດ ແຈ້ງມາຍັງ ຫົວໜ້າ ພະແນກ ຖວທ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຊາບວ່າ ປະຈຸບັນ ໄດ້ມີການປະດິດແຕ່ງບົດເພງ, ຂັບ-ລໍາ
ທີ່ມີເນື້ອໃນລາມົກ, ອະນາຈານ ເຜີຍແຜ່ຜ່ານທາງຊື່ອອນລາຍ ເຊິ່ງຜິດຕໍ່ກົດໝາຍວ່າດ້ວຍສິລະປະການສະແດງມາດຕາ 38 ການກວດກາຜະລິດຕະພັນສິລະປະການສະແດງ ໄດ້ກຳນົດວ່າ ຜະລິດຕະພັນສິລະປະການສະແດງ, ເນື້ອໃນຮູບການເຄື່ອນໄຫວ ຂອງລາຍການສະແດງທຸກປະເພດ ກ່ອນຈະນຳອອກສະແດງ, ເຜີຍແຜ່, ຊື້-ຂາຍ ຫຼື ຜ່ານສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ຜ່ານການກວດກາ ແລະ ອະນຸຍາດຢ່າງຖືກຕ້ອງ ຈາກຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມຂະແໜງການ, ພາກສ່ວນທີ່ຕື່ນຂຶ້ນກັບແລະ ມາດຕາ 51 ຂໍ້ຫ້າມສໍາລັບນັກສິລະປິນ ຂໍ້ທີ 1 ຫ້າມປະດິດແຕ່ງ ຫຼື ນຳເອົາສິລະປະການສະແດງ ທີ່ເປັນພິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາຈານ, ຫຼົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອື່ນ, ກະຕຸ້ນຄວາມຮຸນແຮງ, ອາຊະຍາກໍາ, ສິ່ງເສບຕິດ, ການເຊື່ອຖືງົມງວາຍ ແລະ ອະບາຍຍະມຸກຕ່າງໆ ແລະ ກົດໝາຍ ວ່າດ້ວຍສື່ມວນຊົນ
(ສະບັບປັບປຸງ) ມາດຕາ 66 ຂໍ້ 7 ໂຄສະນາເຜີຍແຜ່ສິ່ງມຶນເມົາເກິນຂອບເຂດ, ການເຊື່ອຖືງົມງວາຍ, ການກະທຳທີ່ຜິດກັບຮີດຄອງປະເພນີອັນດີງາມຂອງຊາດ, ພາບ, ສຽງ ແລະ ການກະທໍາ ທີ່ກະທົບຕໍ່ຊີວິດ ແມ່ ແລະ ເດັກ ແລະ ສິ່ງຫາຍໍ້ທໍ້ອື່ນໆ.
ສະນັ້ນ, ຈຶ່ງມອບໃຫ້ຫົວໜ້າພະແນກ ຖວທ ແຂວງ, ນະຄອນຫຼວງ ເອົາໃຈໃສ່ຄື:
1. ກວດກາຄືນ ບົດເພງ, ຂັບ-ລໍາ ທີ່ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ທີ່ບຸກຄົນໄດ້ນຳໄປລົງເຜີຍແຜ່ຜ່ານສື່ອອນລາຍ ແລະ ໃຫ້ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ຕາມກົດໝາຍ ແລະ ລະບຽບການ ທີ່ກໍານົດໄວ້.
2. ໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍສິລະປະການສະແດງ ເເລະ ກົດໝາຍວ່າດ້ວຍສື່ມວນຊົນ ໃຫ້ປວງຊົນໄດ້ຮັບຮູ້ຢ່າງກວ້າງຂວາງ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.
ເບີໂທຕິດຕໍ່: 021 212419, 020 59998196