ກະຊວງຖະແຫລງຂ່າວ ສັ່ງພະແນກ ຖະແຫລງຂ່າວ ໃນທົ່ວປະເທດ ກວດກາຄືນບັນດາເນື້ອເພງ ສອງແງ່ ສາມງ່າມ ລາມົກອານາຈານ ອອກຜ່ານສັງຄົນອອນລາຍ

– ອີງຕາມ ກົດຫມາຍວ່າດ້ວຍສິລະປະການສະແດງ ສະບັບເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017

– ອີງຕາມ ກົດຫມາຍວ່າດ້ວຍສື່ມວນຊົນ ສະບັບເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016

– ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ກະຊວງ ຖວທ ສະບັບເລກທີ138/ຖວທ, ລົງວັນທີ 01 ມີນາ 2021

– ອີງຕາມ ທິດຊີ້ນໍາ ຂອງລັດຖະມົນຕີ ກະຊວງ ຖວທ ຄັ້ງວັນທີ 13 ມັງກອນ 2022

– ອີງຕາມບົດລາຍງານ ຂອງກົມສິລະປະການສະແດງ ສະບັບເລກທີ20/ສປສ, ລົງວັນທີ 13 ມັງກອນ 2022.

ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍຖືເປັນກຽດ ແຈ້ງມາຍັງ ຫົວຫນ້າ ພະແນກ ຖວທ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຊາບວ່າ:

ປະຈຸບັນ ໄດ້ມີການປະດິດແຕ່ງບົດເພລງ ຂັບ-ລໍາ ທີ່ມີເນື້ອໃນລາມົກ, ອະນາຈານ ເຜີຍແຜ່ຜ່ານທາງສື່ອອນລາຍ ເຊິ່ງຜິດຕໍ່ກົດຫມາຍວ່າດ້ວຍສິລະປະການສະແດງ

ມາດຕາ 38 ການກວດກາຜະລິດຕະພັນສິລະປະການສະແດງ ໄດ້ກໍານົດວ່າ ຜະລິດຕະພັນສິລະປະການສະແດງ, ເນື້ອໃນ ຮູບການເຄື່ອນໄຫວ ຂອງລາຍການສະແດງທຸກປະເພດ ກ່ອນຈະນໍາອອກສະແດງ, ເຜີຍແຜ່, ຊື້-ຂາຍ ຫຼື ຜ່ານສືມວນຊົນທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ຜ່ານການກວດກາ ແລະ ອະນຸຍາດຢ່າງຖືກຕ້ອງ ຈາກຂະແຫນງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມຂະແຫນງການ, ພາກສ່ວນທີ່ຕົນຂຶ້ນກັບ ແລະ

ມາດຕາ 57 ຂໍ້ຫ້າມສໍາລັບນັກສິລະປິນ ຂໍ້ທີ 1 ຫ້າມປະດິດແຕ່ງ ຫຼື ນໍາເອົາສິລະປະການສະແດງ ທີ່ເປັນຜິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາຈານ, ລົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອຶ່ນ, ກະຕຸ້ນຄວາມຮຸນແຮງ,ອາຊະຍາກໍາ, ສິ່ງເສບຕິດ, ການເຊື່ອຖືງົມງວາຍ ແລະ ອະບາຍຍະມຸກຕ່າງໆ ແລະ ກົດຫມາຍ ວ່າດ້ວຍສື່ມວນຊົນ (ສະບັບປັບປຸງ)

ມາດຕາ 66 ຂໍ້ 7 ໂຄສະນາເຜີຍແຜ່ສິ່ງມຶນເມົາເກີນຂອບເຂດ, ການເຊື່ອຖືງົມງວາຍ, ການກະທໍາທີ່ຜິດ ກັບຮິດຄອງປະເພນີອັນດຶງາມຂອງຊາດ, ພາບ, ສຽງ ແລະ ການກະທໍາ ທີ່ກະທົບຕໍ່ຊີວິດ ແມ່ ແລະ ເດັກ ແລະ ສິ່ງ ຫຍໍ້ທໍ້ອື່ນໆ.

ສະນັ້ນ ຈຶ່ງມອບໃຫ້ຫົວຫນ້າພະແນກ ຖວທ ແຂວງ, ນະຄອນຫຼວງ ເອົາໃຈໃສ່ຄື:

1. ກວດກາຄືນ ບົດເພລງ, ຂັບ-ລຳ ທີ່ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ທີ່ບຸກຄົນໄດ້ນໍາໄປລົງເຜີຍແຜ່ຜ່ານສື່
ອອນລາຍ ແລະ ໃຫ້ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ຕາມກົດຫມາຍ ແລະ ລະບຽບການ ທີ່ກໍານົດໄວ້.

2. ໂຄສະນາເຜີຍແຜ່ ກົດຫມາຍວ່າດ້ວຍສິລະປະການສະແດງ ແລະ ກົດຫມາຍວ່າດ້ວຍສື່ມວນຊົນ ໃຫ້ປວງຊົນໄດ້ ຮັບຮູ້ຢ່າງກວ້າງຂວາງ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.

Leave a Reply

Your email address will not be published. Required fields are marked *